ເຈົ້າໜ້າທີ່ໄທ ບຸກຄົ້ນແຫລ່ງທຶນຈີນ ພ້ອມຍຶດເງິນສົດ ແລະ ຊັບສິນທັງໝົດຫລາຍກວ່າ 300 ລ້ານບາດ

0
147

ເຈົ້າໜ້າທີ່ໄທ ບຸກຄົ້ນແຫລ່ງທຶນຈີນ ພ້ອມຍຶດເງິນສົດ ແລະ ຊັບສິນທັງໝົດຫລາຍກວ່າ 300 ລ້ານບາດ ຫລື ປະມານ 140 ຕື້ກວ່າກີບ

ສຳນັກຂ່າວ workpoint ລາຍງານໃຫ້ຮູ້ວ່າ: ວັນທີ 3 ພະຈິກ 2022 ຜ່ານມາ, ທ່ານ ພົນເອກ ຕໍ່ສັກ ສຸກວິມົນ ພ້ອມດ້ວຍຄະນະ ຮ່ວມກັນຖະແຫລ່ງຜົນປະຕິບັດການ ພາຍຫລັງຕຳຫລວດໄຊເບີ ຂະຫຍາຍຜົນຄະດີ ຜັບຈິນຫລິງ ເຂດນາວາ ບຸກຄົ້ນແຫລ່ງທຶນຈີນ 3 ຈຸດໃນກຸງເທບຄື:

ຈຸດທີ1 ຄົ້ນເຮືອນ ເຂດປະເວດ ພົບຊາວຈີນ 5 ຄົນ ແລະ ຄົນໄທ 3 ຄົນ ພ້ອມຊັບສິນ ຫລາຍລາຍການເຊັ່ນ: ລົດຫລູຫລາຍຄັນ, ໂທລະສັບ 13 ໜ່ວຍ, ໂນດບຸກ 3

ໜ່ວຍ ແລະ ເງິນສົດ 7 ລ້ານບາດ ຫລື ປະມານ 3 ຕື້ກວ່າກີບ.ຈຸດທີ2 ຄົ້ນເຮືອນ ໃນໝູ່ບ້ານຫລູ ເຂດປະເວດ ພົບຊາຍຊາວຈີນ 1 ຄົນ ແລະ ຄົນໄທ 2 ຄົນ ພ້ອມຍຶດ

ຊັບສິນຫລາຍລາຍການ. ຈຸດທີ3 ຄົ້ນຄອນໂດ ບໍລິເວນຊອຍສຸຂຸມວິດ39 ພົບຊາຍຈີນ 4 ຄົນ ພົບຍຶດຊັບສິນ ເງິນສົດ 28 ລ້ານບາດ ຫລື ປະມານ 13 ຕື້ກວ່າກີບ ແລະ ກະເປົາແບຣນເນມ 8 ໜ່ວຍ.

ຊັບສິນທີ່ຍຶດໄດ້ຄັ້ງນີ້ມີເງິນສົດ 40 ລ້ານບາດ ຫລື ປະມານ 18 ຕື້ກວ່າກີບ ແລະ ຊັບສິນອື່ນໆ ລວມທັງໝົດຫລາຍກວ່າ 300 ລ້ານບາດ ຫລື ປະມານ 140 ຕື້ກວ່າກີບ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.