ສຸດອັບອາຍ ສາຍການບິນປ່ອຍຜູ້ໂດຍສານຄົນພິການຄານລົງຍົນເອງ

0
286

ສຳນັກຂ່າວຕ່າງປະເທດລາຍງານໃຫ້ຮູ້ວ່າ: ໃນວັນທີ 31 ຕຸລາ 2022 ທີ່ຜ່ານມາ ມີລາຍງານກໍລະນີທີ່ໂດ່ງດັງເມື່ອຍິງສາວຄົນພິການຕ້ອງຜະເຊີນກັບຄວາມອັບອາຍ ຈາກເຫດການທີ່ຕ້ອງຄານອອກມາຈາກເຄື່ອງບິນ ທີ່ເດີນທາງມາຈາກປະເທດອອສເຕເລຍ ມາຮອດກຸງເທບ ປະເທດໄທ ຍ້ອນພະນັກງານປະຕິເສດບໍ່ຍອມໃຫ້ນາງໃຊ້ບໍລິການ ລໍ້ສຳຫລັບຄົນພິການໂດຍບໍ່ເສຍຄ່າໃຊ້ຈ່າຍ.

ເຫດການດັ່ງກ່າວເກີດຂຶ້ນເມື່ອບໍ່ດົນມານີ້ ເຖິງແມ່ນນາງ ຈະມີ ລໍ້ນັ່ງສຳຫລັບຄົນພິການຂອງຕົນເອງແລ້ວ ແຕ່ລໍ້ຂອງນາງບໍ່ສາມາດຍູ່ເຂົ້າໄປພາຍໃນເຄື່ອງບິນໄດ້ ຈຳເປັນຕ້ອງ

ໃຊ້ ລໍ້ສຳລັບຄົນພິການ ຂອງສາຍການບິນເພື່ອພາໄປບ່ອນນັ່ງ ເຊິ່ງຕອນຂຶ້ນມາກໍບໍ່ມີບັນຫາຫຍັງ ແຕ່ພໍຮອດກຸງເທບ ພະນັກງານບອກໃຫ້ນາງຈ່າຍເງິນເພື່ອໃຊ້ບໍລິການລໍ້ ແຕ່ນາງບໍ່ຍອມຈ່າຍເງິນ ຈຶ່ງຕັດສິນໃຈ ຄານອອກຈາກເຄື່ອງບິນເອງ ເປັນໄລຍະທາງປະມານ 4 ແມັດ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.