ແຈ້ງການເຖິງບັນດາຊາວໜຸ່ມ ຜູ້ທີ່ມີຄວາມສົນໃຈຢາກຮຽນວິຊາຊີບ ເລື່ອງການເປີດຮັບສະໝັກ ນັກຮຽນວິຊາຊີບ ສາຂາຊ່າງເສີມຄວາມງາມ ແລະ ສາຂາຊ່າງຕັດຫຍິບ !!!
ກົມພັດທະນາວິຊາຊີບຊາວໜຸ່ມ ຂໍຖືເປັນກຽດແຈ້ງມາຍັງບັນດາຊາວໜຸ່ມ ໃນຂອບເຂດທົ່ວປະເທດ ຜູ້ທີ່ມີຄວາມສົນໃຈຢາກຮຽນວິຊາຊິບເພື່ອນໍາໄປປະກອບອາຊີບ ສ້າງວຽກ
ເຮັດງານທຳ ໄດ້ເປີດເທີມໃໝ່ ເທີມ 3 ປະຈໍາປີ 2022 ສາຂາຊ່າງເສີມຄວາມງາມ ແລະ ຊ່າງຕັດຫຍິບ ( ລະບົບ 4 ເດືອນ ).ຫຼັກສູດດັ່ງກ່າວແມ່ນແທດເໝາະກັບບັນດາຊາວໜຸ່ມທີ່ວ່າງງານບໍ່ມີວຽກເຮັດ-ງານທຳ ເພື່ອນຳໄປປະກອບອາຊີບທີ່ ແນ່ນອນ, ສ້າງລາຍຮັບໃຫ້ແກ່ຕົນເອງ ແລະ ຄອບຄົວ.ການສະໝັກມີລາຍລະອຽດມີດັ່ງນີ້:
1. ມາດຖານ ແລະ ເງື່ອນໄຂ:ຜູ້ສະໝັກ ອາຍຸ ແຕ່ 15 – 45 ປີ (ຍິງ – ຊາຍ).ສຸຂະພາບແຂງແຮງດີ.ມີເວລາຮຽນ ຕາມໂມງລັດທະການ.ລາຍລະອຽດ ອື່ນໆ ແລະ ວິທີການສະໝັກ ທ່ານສາມາດ ອ່ານໄດ້ ຕາມແຈ້ງການ