ກົດໄລ້ກົດແຊຣ໌ ດວງລາຍວັນປະຈຳວັນທີ 7 ພະຈິກ 2022 ການງານ ການເງິນ ຄວາມຮັກ

0
248

ຄົນເກີດວັນອາທິດ:ການ​ງານມີ​ໂອ​ກາດ​ໄດ້​ເລື່ອນ​ຂັ້ນ ເລື່ອນ​ຕຳແໜ່ງ ກ້າວ​ໜ້າ​ຂື້ນຫລາຍ​ໆ ການ​ເງິນຈະ​ໄດ້ຮັບ​ເງິນ​ທຶນ​ສະໜັບ​ສະໜູນ​ຈາກ​ຄົນ​ສະນິດ ຫຼື ຍາດພີ່ນ້ອງ ຄວາມ​ຮັກບໍ່​ລົງ​ຕົວ​ດ້ານ​ຄວາມ​ສຳພັນ ໃຫ້ລະວັງຄໍາເວົ້າກັບຄົນທີ່ທ່ານຮັກ ເຄື່ອງມຸງຄຸນເງິນ ສີມຸງຄຸນ​ສີບົວ ເລກ​ນຳ​ໂຊກ​7

ຄົນເກີດວັນຈັນ:ການ​ງານ​ໃຊ້​ຄວາມ​ສ້າງສັນ​ກັບ​ຄວາມ​ສາມາດ​ພິເສດ​ຈະ​ເຮັດໃຫ້​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນ​ຈະ​ໄດ້​ເງີນ​ກ້ອນ​ໃຫຍ່​ໃນ​ຊ່ວງ​ນີ້ດວງທ່ານດີ​ຫລາຍ​ໆ ຄວາມ​ຮັກ​ບໍ່​ລົງ​ຕົວ​ໃນ​ເລື່ອງ​ຂອງ​ຄວາມ​ສຳພັນ​ເພາະ​ຈະ​ບໍ່​ໄດ້ຮັບ​ຄວາມ​ຊັດເຈນ​ຈາກ​ຄົນ​ຮັກ ເຄື່ອງມຸງຄຸນ​ຫີນນໍາໂຊກສີແດງ ສີມຸງຄຸນສີຂາວ ເລກ​ນຳ​ໂຊກ​7

ຄົນເກີດວັນອັງຄານ:ການ​ງານມີ​ໂອ​ກາດ​ເດີນທາງ​ໄກ​ໄປ​ຕິດ​ຕໍ່​ທຸລະກິດກັບນາຍໜ້າ ການ​ເງິນ​ມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ​ສະເໝີ ທ່ານຈະເກີດ​ຄວາມຫມັ້ນຄົງ​ດ້ານ​ຖານະການເງິນ ຄວາມ​ຮັກ​ຄວາມ​ສຳພັນ​ພັດທະນາ​ໄປ​ສູ່​ຄວາມ​ສຳພັນ​ທີ່​ເລິກ​ຊຶ່ງ ມີ​ຄວາມ​ສຸກ​ໃຈ ເຄື່ອງມຸງຄຸນ​ ເພັດສີແດງ ສີມຸງຄຸນສີເຫຼືອງ ເລກ​ນຳ​ໂຊກ​1

ຄົນເກີດວັນພຸດ:ການ​ງານ​ຮູ້ສຶກ​ຢາກ​ຈະ​ຫາ​ໂອ​ກາດ​ແລະ​ຄວາມ​ທ້າ​ທາຍ​ໃໝ່​ໆໃຫ້ແກ່ຕົນເອງ ການ​ເງິນໂຊ​ກຄະດີ​ຫລາຍ​ໆ ຈະ​ໄດ້​ເງິນ​ເຂົ້າ​ມາ​ຢ່າງ​ຕໍ່​ເນື່ອງ ຄວາມ​ຮັກມີ​ຄວາມ​ສຸກ​ສົມ​ຫວັງ ພັດທະນາ​ຄວາມ​ສຳພັນ​ຢູ່ໃນ​ເກນ​ທີ່​ຫວານ​ຊື່ນ​ແບບລົງຕົວ ເຄື່ອງມຸງຄຸນ​​ໄຂ່ມຸກ ສີມຸງຄຸນສີ​ດໍາ ເລກ​ນຳ​ໂຊກ​9

ຄົນເກີດວັນພະຫັດ:ການ​ງານຈະ​ພົບ​ຫຸ້ນ​ສ່ວນ​ທີ່​ດີຄອຍ​ຖ້າ​ຊ່ວຍ​ກັນ​ປຶກ​ສາ​ໃນ​ການ​ແກ້​ໄຂ​ບັນຫາ​ສະເພາະ​ໜ້າ​ດ້ານ​ການ​ງານ ການ​ເງິນເບິ່ງ​ຄື​ຈະ​ໃຊ້​ຈ່າຍ​ເງິນ​ໄປ​ຊື້​ຂອງ​ຝາກ​ໃຫ້​ກັບ​ຄົົນທີ່​ຕົນເອງ​ນັ້ນ​ປາດຖະຫນາ​ດີ​ ຄວາມ​ຮັກສຸກ​ສົມ​ຫວັງ​ຫລາຍ​ໆ ດ້ານ​ຄວາມ​ສຳພັນ ເພາະຢູ່ໃນເກນທີ່ດີ ເຄື່ອງມຸງຄຸນ​ຫີນນໍາໂຊກສີແດງ ສີມຸງຄຸນສີ​ຂາວ ເລກ​ນຳ​ໂຊກ​7

ຄົນເກີດວັນສຸກ:ການ​ງານ​ຊ່ວງ​ນີ້​ລະ​ວັງ​ຄວາມ​ຜິດ​ພາດ​ດ້ານ​ການ​ເຮັດ​ວຽກງານ ການ​ເງິນເກີດ​ຄວາມ​ຕຶງ​ຄຽດ​ແຕ່​ບໍ່​ດົນ​ກໍ​ຈະ​ໄດ້​ເງິນ​ເຂົ້າ​ມາ​ເພີ່ມ ຄວາມ​ຮັກ​ຢູ່ໃນ​ເກນ​ທີ່​ດີ ຄວາມ​ສຳພັນ​ຢູ່ໃນ​ເກນ​ທີ່​ມີ​ຄວາມ​ສຸກ​ສົມ​ຫວັງ ເຄື່ອງມຸງຄຸນ​​ຄໍາຝຣັ່ງ ສີມຸງຄຸນສີມ້ວງ ເລກ​ນຳ​ໂຊກ​5

ຄົນເກີດວັນເສົາ:ການ​ງານ​ການເຮັດ​ທຸລະກິດ​ແບບ​ສາຍ​ດ່ຽວ​ຈະ​ໄດ້ຮັບ​ການ​ສະໜັບ​ສະໜູນ​ຈາກ​ລູກ​ຄ້າ ການ​ເງິນຈະ​ໃຊ້​ຈ່າຍ​ເງິນ​ຈຳນວນ​ໜຶ່ງ​ອອກ​ໄປ​ເພື່ອ​ໄປ​ຊຳ​ລະ​ພາລະ​ໜີ້​ສິນ​ເກົ່າ​ໆ ຄວາມ​ຮັກ​ຄົນ​ຮັກ​ຈະ​ເຂົ້າ​ມາ​ມີ​ສ່ວນ​ຊ່ວຍ​ເຫລືອ​ອຸປະຖຳ​ເບິ່ງ​ແຍງ​ທ່ານ ເຄື່ອງມຸງຄຸນ​ແຫວນຄໍາ ສີມຸງຄຸນສີເທົາ ເລກ​ນຳ​ໂຊກ​2

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.