ກາຍເປັນປະເດັນ ລ່າສຸດ ຊີ້ແຈງແລ້ວຈາກທີມງານຂະບວນແຫ່ນາງສາວອ້ອມພະທາດຫຼວງ

0
547

ຫລາຍທ່ານໃນສັງຄົມກຳລັງຕັ້ງຄຳຖາມຕໍ່ກິດຈະກຳຂອງບາງກຸ່ມຄົນໃນງານບຸນທາດຫລວງປີ 2022ນີ້! ດັ່ງທີ່ປະກົດໃນຮູບພາບ?ອີງຕາມ ວາລະສານເທວາ Theva Magazine ໄດ້ມີການສຶກສາຄົ້ນຄວ້າປະຫວັດສາດກ່ຽວງານບຸນນະມັດສະການພຣະທາດຫລວງວຽງຈັນຕັ້ງແຕ່ບູຮານຈົນເຖິງປະຈຸບັນ ແລະ

ໃນນາມຄົນນະຄອນຫລວງວຽງຈັນຜູ້ໜຶ່ງທີ່ໄປຮ່ວມງານບຸນພຣະທາດຫລວງເປັນປະຈຳແຕ່ນ້ອຍຮອດໃຫຍ່; ແມ່ນບໍ່ເຄີຍມີ ແລະ ບໍ່ເຄີຍປະກົດເຫັນເຫດການແບບໃນຮູບພາບໃນການຈັດກິດຈະກຳຂອງຄົນບາງກຸ່ມທີ່ມີພິທີແຫ່ນາງສາວຂຶ້ນຫວໍເພື່ອອ້ອມພຣະທາດຫລວງແບບນີ້ຈັກເທື່ອເດີ້! ຮີດຄອງນີ້ມາແຕ່ໃສຫລາຍທ່ານບໍ່ເຄີຍເຫັນ!

ພຣະທາດຫລວງແມ່ນເປັນສິ່ງສັກກາລະບູຊາທີ່ເປັນສູນລວມໃຈຂອງປວງຊົນລາວທັງຊາດ ໃນແຕ່ລະຍຸກແຕ່ລະສະໄໝນັບແຕ່ບູຮານຮອດປະຈຸບັນ ໃນລະດັບຂັ້ນພຣະເຖຣະຜູ້ໃຫຍ່ ລວມໄປເຖິງພຣະມະຫາກະສັດໃນອະດີດຕະຫລອດຮອດເຖິງທ່ານຜູ້ນຳຜູ້ຊົງຄຸນນະວຸດແຕ່ລະທ່ານ ແລະ ປະຊາຊົນລາວບັນດາເຜົ່າໃນແຕ່ລະຍຸກແຕ່ລະສະໄໝທີ່ຜ່ານມານັ້ນເວລາ

ເດີນທາງມານະມັດສະການພຣະທາດຫລວງຍັງຕ້ອງຍ່າງເຂົ້າໃນກົມມະລຽນພຣະທາດຫລວງດ້ວຍອາການສັງລວມ ແລະ ນອບນ້ອມເຄົາລົບຕໍ່ອົງພຣະທາດຫລວງ; ເຊິ່ງບໍ່ເຄີຍມີເຫດການແບບໃນຮູບພາບເຫລົ່ານີ້ທີ່ຈະແຫ່ບຸກຄົນໃດໜຶ່ງຂຶ້ນໃສ່ເທິງຫວໍ່ເພື່ອອ້ອມພຣະທາດຫລວງ ຫລື ຢູ່ສູງກວ່າອາດສົງແບບນີ້!

ທຸກຄົນຄິເຫັນວ່າແນວໃດ ຫຼື ມີຂໍ້ມູນຫຍັງບໍ່ ເອົາມາແຊກັນເບິ່ງຫຼ້າສຸດທາງຜູ້ຈັດກິດຈະກໍາດັ່ງກ່າວ ອອກມາໂພສຊີ້ແຈງແລ້ວ ຂໍສັງລວມແບບສັ້ນໆເປັນເປັນກິດຈະກຳຂອງໄວໜຸ່ມທີ່ມັກຮັກໃນງານສິລະປະວັດທະນະທຳລາວ

ໃນປະຫວັດສາດມີປະເພນີລັກສະນະນີ້ມາກ່ອນຊຶ່ງມີແຫຼ່ງຂໍ້ມູນອ້າງອິງນ້ອງໆຢາກເຜີຍແຜ່ ແລະ ຮືຟື້ນກິດຈະກຳທີ່ເຄີຍມີມາໃນອະດີດໃຫ້ຄົນຮຸ່ນໃໝ່ໄດ້ຮັບຮູ້ ແລະ ສືບຕໍ່ປະຕິບັດ

ໃນເວລາພາກັນຈັດ (ແອດຂໍເອີ້ນກິດຈະກຳ) ບໍ່ຮູ້ວ່າມີການເຮັດພິທີທາງສາສະໜາໃນຂະນະນັ້ນຊຶ່ງຢູ່ອີກຟາກທາງເຈົ້າໜ້າທີກໍ່ປ່ອຍໃຫ້ຂະບວນນາງເຂົ້າໄປ (ແອດວ່າເຈົ້າໜ້າທີ່ເອງກໍ່ບໍ່ຮູ້ ແລະ ຢ່າໄປໂທດເພິ່ນ)


ກາຍເປັນປະເດັນ ລ່າສຸດ ຊີ້ແຈງແລ້ວຈາກທີມງານຂະບວນແຫ່ນາງສາວອ້ອມພະທາດຫຼວງ

ຖ້າຕິດຕາມຕໍ່ອີກລະກັນເດີ້

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.