ຄົນເຮົາຖ້າຕັ້ງໃຈຈະເຮັດສິ່ງໃດກໍ່ເຮັດໄດ້ ຂໍແດ່ດຸໝັ່ນຂະຫັຍນພຽນອົດທົນ ໜັກເອົາເບົາສູ້ບໍ່ຂີ້ຄານແອວຍາວ ຄັນດຸໝັ່ນກໍ່ບໍ່ອົດຕາຍ ບໍ່ເລືອກວຽກ ເລືອກອາຊີບ ບໍ່ອາຍກໍ່ບໍ່ອົດຕາຍ ຮອດມື້ມາກໍ່ສຳເລັດຄືກັນ ບໍ່ມີໃຜເກັ່ງຫຼືມີຄວາມສາມາດມາແຕ່ເກີດ ແຕ່ຖ້າຜູ້ໃດເກີດມາລວຍມີພ້ອມທຸກຢ່າງກໍ່ດີໄປເພາະມີຕົ້ນທຶນຊີວິດ ແຕ່ຖ້າຜູ້ໃດບໍ່ມີກໍ່ຕ້ອງ
ດິ້ນລົນສູ້ຊົນເຮັດທຸກວິຖີທາງເພື່ອເຮັດເປົ້າໝາຍໃຫ້ສຳເລັດ ແລະ ມື້ນັ້ນຈະເປັນມື້ທີ່ພູມໃຈທີ່ສຸດ ທີ່ສາມາດຫາດ້ວຍທັງລຳແຂ່ງຂອງຕົນເອງທີ່ສຸດພູມໃຈ ແລະ ບໍ່ວ່າຈະເຮັດອາຊີບໃດກໍ່ຕາມຂໍແຕ່ເຮັດອາຊີບທີ່ຊື່ສັດສຸດຈະລິດບໍ່ຜິດກົດໝາຍບໍ່ເຮັດໃຫ້ໃຜເດືອດຮ້ອນກໍ່ພໍ ຕົວຢ່າງຈາກຜູ້ໃຊ້ເຟສບຸກ Do Chanphengxay ໄດ້ໂພສ:24ປີກັບຝັນທີ
ກາຍເປັນຈິງ ຢ່າດູຖຸກອາຊີບພໍ່ຄ້າ1ປີກັບ7ເດືອນທີ່ເຝົ້າລໍຄອຍຕັ້ງແຕ່ເລີ່ມຕັ້ງເສົາ ທຸມເທທັງກາຍແລະໃຈ , ສະໝອງກັບຮ່າງກາຍບໍ່ເຄີຍໄດ້ຢຸດພັກຜ່ານຜ່າອຸປະສັກນັບບໍ່ຖ້ວນ ເປັນຄົນເຮັດວຽກໜັກແລ້ວປ່ອຍໃຫ້ຜົນທີ່ອອກມາເປັນກະບອກສຽງແທນຄຳເວົ້າ ຕັ້ງໃຈຫາເງິນບາດນີ້ ບໍ່ຕ້ອງກົດດັນໂຕເອງຈົນເກີນໄປດຽວເປັນໂລກສຶມເສົ້າ ກິນໃຫ້ອີມນອນລັບໃຫ້ເຕັມຕື່ນ
24 ປີກັບຝັນທີກາຍເປັນຈິງ ຢ່າດູຖຸກອາຊີບພໍ່ຄ້າ 1 ປີກັບ 7 ເດືອນທີ່ເຝົ້າລໍຄອຍຈົນສ້າງບ້ານສຳເລັດ