ງົດງາມພາບຂະບວນ ແຫ່ຜາສາດເຜິ້ງອ້ອມກົມມະລຽນພະທາດຫຼວງ

0
127

ງົດງາມພາບຂະບວນແຫ່ຜາສາດເຜິ້ງອ້ອມກົມມະລຽນພະທາດຫຼວງ ໃນຕອນບ່າຍມື້ຂຶ້ນ 14​ ຄໍ່າ ເດືອນ 12 ພ.ສ 2565 ກົງກັບ ວັນທີ 7 ພະ ຈິກ 2022.​
ຜາສາດເຜິ້ງທີ່ນຳມາແຫ່ນັ້ນແມ່ນເຮັດມາຈາກຕົ້ນກ້ວຍໄມ້ ແລະ ອື່ນໆ ພ້ອມປະດັບປະດາດ້ວຍດອກເຜີ້ງ (ຂີ້ເຜິ້ງ), ເຄື່ອງໃຊ້ເຊັ່ນ: ສໍດຳ, ປາກກາ (ບິກຂຽນ), ປຶ້ມຂຽນ

ແລະ ເຄື່ອງໃຊ້ທີ່ຈໍາເປັນລວມທັງເງິນທີ່ຖືກຈັດວາງເປັນລະບຽບ ແລະ ດັດແປງເປັນຮູບແບບຕ່າງໆ ຊຶ່ງການຕົບແຕ່ງຜາສາດເຜິ້ງນັ້ນຈະມີຄວາມໝາຍ ຊຶ່ງສະແດງເຖິງຄວາມອຸດົມຮັ່ງມີຂອງປະຊາຊົນລາວໃນແຕ່ລະໄລຍະ ແລະ ປະເພນີ ແຫ່ຜາສາດເຜິ້ງທີ່ຈະຈັດຂຶ້ນໃນທຸກໆປີແນໃສ່ເພື່ອສືບທອດເອກະລັກ ແລະ ປົກປັກຮັກສາຮີດຄອງປະເພ ນີອັນດີ

ງາມຂອງລາວໄວ້ໃຫ້ເຖິງເສັ່ນລູກ-ຫຼານ, ໃນການແຫ່ຜາສາດເຜິ້ງຈະມີມວນຊົນຊາວລາວບັນດາເຜົ່າບໍ່ວ່າຈະເປັນຜູ້ເຖົ້າ, ຜູ້ແກ່, ຊາວໜຸ່ມຍິງ-ຊາຍ, ເດັກນ້ອຍກໍໄດ້ເຂົ້າຮ່ວມ

ຢ່າງຟົດຟື້ນມ່ວນຊື່ນ, ຜູ້ຊາຍນຸ່ງຖືສຸພາບ, ສ່ວນແມ່ຍິງເອງກໍນຸ່ງຖືຕາມເອກະລັກຂອງແມ່ຍິງລາວເຊັ່ນ: ນຸ່ງສິ້ນໄໝ, ເສື້ອໄໝ ບ່ຽງແພ ໂດຍຖືຜາສາດເຜິ້ງແຫ່ໄປຕາມ

ຂະບວນ, ການແຫ່ຜາສາດເຜິ້ງແມ່ນປະສົມປະສານດ້ວຍສຽງຄັບ, ສຽງລໍາຈາກທ້ອງຖິ່ນຕ່າງໆທີ່ຟັງແລ້ວເປັນຕາສະ ອອນໃຈ ພ້ອມຍັງມີຂະບວນແຫ່ຜາສາດເຜິ້ງຈາກພາກສ່ວນຕ່າງໆທີ່ນຸ່ງຖືຂອງຊົນເຜົ່າຕ່າງໆ ສະແດງໃຫ້ເຫັນເຖິງການເຕົ້າໂຮມຄວາມສາມັກຄີຂອງປວງຊົນລາວບັນດາເຜົ່ານັ້ນເອງ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.