ລັດຖະບານອະນຸຍາດໃຫ້ບໍລິສັດເອກະຊົນ ສຳຫຼວດບໍ່ແຮ່ ທອງແດງ, ແຮ່ຄຳ, ແຮ່ເງິນ, ແຮ່ເຫຼັກ ແລະ ແຮ່ສັ່ງກະສີ ເຂດເມືອງຮ້ຽມ ແຂວງຫົວພັນ
November 7, 2022 – 4:23 PM
ລັດຖະບານແຫ່ງ ສປປ ລາວ ເຊັນສັນຍາ ອະນຸຍາດໃຫ້ບໍລິສັດ ນິກສັນ ສຳຫຼວດແຮ່ທອງແດງ, ແຮ່ຄຳ, ແຮ່ເງິນ, ແຮ່ເຫຼັກ ແລະ ແຮ່ສັ່ງກະສີ ຢູ່ເຂດບ້ານ ຖ້ຳລາໃຕ້, ບ້ານຖ້ຳລາເໜືອ ແລະ ບ້ານນາກູດ ເມືອງຮ້ຽມ ແຂວງຫົວພັນ ໃນເນື້ອທີ່ 34,36 ກິໂລຕາແມັດ.
ພິທີດັ່ງກ່າວ ໄດ້ມີຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ, ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ລົງທຶນ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຄງການສຳຫຼວດ ແຮ່ທອງແດງ, ແຮ່ຄຳ, ແຮ່ເງິນ, ແຮ່ເຫຼັກ ແລະ ແຮ່ສັງກະສີ ບ້ານຖ້ຳລາໃຕ້, ບ້ານຖ້ຳລາເໜືອ ແລະ ບ້ານນາກູດ ເມືອງຮ້ຽມ ແຂວງຫົວພັນ ໃນເນື້ອທີ່ 34,36 ກິໂລຕາແມັດ ພ້ອດຽວກັນນັ້ນ ບໍລິສັດ ນິກສັນ ຍັງມີສ່ວນຮ່ວມໃນການພັດທະນາ ທາງດ້ານພື້ນຖານໂຄງລ່າງ ລວມທັງເຮັດໃຫ້ປະຊາຊົນໃນເຂດດັ່ງກ່າວໃຫ້ມີວຽກເຮັດງານທຳ.