ຂ່າວ ປກສ ແຂວງບໍ່ແກ້ວລາຍງານໃຫ້ຮູ້ວ່າ: ວັນທີ 2 ພະຈິກ 2022 ຜ່ານມານີ້ ເຈົ້າໜ້າທີ່ ປກສ ເມືອງຕົ້ນເຜິ້ງ ໄດ້ລົງຕິດຕາມສະພາບຢູ່ແຄມແມ່ນໍ້າຂອງເຂດບ້ານພຽງງາມ ພົບເຫັນເຮືອກາບນ້ອຍ 1 ລໍາ ແລະ ມີຄົນນັ່ງມານໍາ ຈໍານວນ 2 ຄົນທີ່ໜ້າສົງໄສ ພາຍຫລັງພວກເຂົາຂຶ້ນຝັ່ງແລ້ວ ເຈົ້າໜ້າທີ່ຈຶ່ງໄດ້ສະແດງຕົວໃຫ້ຈອດລົດເພື່ອກວດ
ກາເບິ່ງເອກະສານ ແຕ່ລົດຄັນດັ່ງກ່າວບໍ່ຈອດ ທັງຂັບຂີ່ຫຼົບໜີອອກໄປ ຈຶ່ງໄດ້ຂັບຂີ່ລົດຈັກນໍາໄປ ໄລຍະຫ່າງປະມານ 300 ແມັດ ເຫັນວ່າຢູ່ທາງດ້ານໜ້າລົດຄັນດັ່ງກ່າວມີລົດຈັກພ່ວງຂ້າງ (ລົດຊາເລັ້ງ) ພ້ອມນັ້ນ, ຍັງເຫັນລົດຄັນດັ່ງກ່າວໄດ້ຈອດ ແຕ່ຜູ້ຂັບຂີ່ແມ່ນໄດ້ເອົາຕົວຫຼົບໜີ, ບໍ່ຮູ້ວ່າມີຈັກຄົນ ເນື່ອງຈາກວ່າຢູ່ໄລຍະຫ່າງພໍສົມຄວນ ແລະ ເປັນເວລາກາງຄືນ.
ຜ່ານການກວດກາລົດຄັນດັ່ງກ່າວພົບເຫັນເຄື່ອງຂອງກາງ ປະເພດຢາບ້າ ຈໍານວນ 20 ເປົາ, ມີ 40 ແພັກ ເທົ່າກັບ 2.000 ມັດ ຫຼື 4.000.000 ເມັດ ແລະ ລົດກະບະວີໂກ 1 ຄັນ ໝາຍເລກທະບຽນ ກຜ 7091 ກຳແພງນະຄອນ.