ນຸ້ຍ ສິຈິລາ ດາລານັກສະແດງຊື່ດັງຂອງໄທ ແລະ ສາມີ ມາເຮັດບຸນຢູ່ລາວອີກແລ້ວ

0
121

ນຸ້ຍ ສິຈິລາ ດາລານັກສະແດງຊື່ດັງຂອງໄທ ແລະ ສາມີ ມາເຮັດບຸນຢູ່ລາວອີກແລ້ວ ຖືວ່າເປັນຄູ່ຜົວເມຍສາຍບຸນອີຫຼີ ສຳລັບ ນຸ້ຍ ສິຈິລາ ດາລານັກສະແດງຊື່ດັງຂອງໄທ ແລະ ສາມີ ຊະຍະພົນ ເຊິ່ງເຮົາມັກຈະເຫັນທັງຄູ່ມັກເຮັດບຸນໂດຍຕະຫຼອດ


ລ່າສຸດ ມື້ວານນີ້ 6 ພະຈິກ 2022 ທັງສອງ ແລະ ຄອບຄົວ ກໍໄດ້ເດີນທາງມາ ເຮັດບຸນໃຫຍ່ແຫ່ກະຖິ່ນ ທີ່ວັດສິນໄຊຍາຣາມ ບ້ານໂນນຫິນແຮ່ ເມືອງເຟືອງ ແຂວງວຽງຈັນ ປະເທດລາວເຮົາ ເຊິ່ງເປັນການມາຄັ້ງທີ່2 ຂອງທັງສອງຄົນ


ວັດສິນໄຊ ໄຊຍະຣາມ ທີ່ຕັ້ງຢູ່ ບ້ານໂນນຫິນແຮ່ ເມືອງເຟືອງ ແຂວງວຽງຈັນ ຖືວ່າເປັນອີກວັດໜຶ່ງທີ່ທີ່ມີຊື່ສຽງໂດ່ງດັງ ງົດງາມ ແລະສັກສິດຫຼາຍ ເຊິ່ງປະຊາຊົນຊາວເມືອງເຟືອງເອງກໍເຊື່ອວ່າຫາກໃຜທີ່ໄດ້ໄປຮອດໄປເຖິງແມ່ນຈະມີບຸນວາດສະໜາສູງ ແລະບໍ່ວ່າຈະເປັນປະຊາຊົນລາວ ແລະ ຕ່າງປະເທດກໍ່ພາກັນນິຍົມມາຂໍພອບ ແລະ ກາບໄຫ້ວ


ນຸ້ຍ ສິຈິລາ ດາລານັກສະແດງຊື່ດັງຂອງໄທ ແລະ ສາມີ ມາເຮັດບຸນຢູ່ລາວອີກແລ້ວ

ຈາກ kuanjai

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.