ເຈົ້າໜ້າທີ່ ປກສ ເມືອງທ່າພະບາດ ຈັບເປົ້າໝາຍຄ້າຢາ 3 ຄົນ ພ້ອມຂອງກາງ 722 ເມັດ

0
133

ປກສ ເມືອງທ່າພະບາດ ຈັບເປົ້າໝາຍຄ້າຢາ 3 ຄົນ ພ້ອມຂອງກາງ 722 ເມັດ

ໃນລະຫວ່າງວັນທີ 24-25 ຕຸລາ 2022, ເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະ ປກສ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເຂົ້າກວດຄົ້ນເຮືອນເປົ້າໝາຍ ສາມາດຈັບໄດ້ 3 ຄົນ ພ້ອມຂອງກາງຢາບ້າ 722 ເມັດ.

ເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະ ປກສ ເມືອງທ່າພະບາດ ໃຫ້ຮູ້ວ່າ: ຫຼັງຈາກມີພົນລະເມືອງດີແຈ້ງຕໍ່ເຈົ້າໜ້າທີ່ ວ່າ ມີກຸ່ມຄົນຈໍານວນໜຶ່ງ ເຄື່ອນໄຫວຄ້າ-ຂາຍຢາເສບຕິດ ຢູ່ເຂດບ້ານທວາຍໃຫຍ່; ຫຼັງຈາກນັ້ນ, ຈຶ່ງໄດ້ແຕ່ງຕັ້ງເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະ ລົງຕິດຕາມກວດກາສະຖານທີ່ດັ່ງກ່າວ ເຫັນວ່າມີມູນຄວາມຈິງແທ້ ແລະ ສາມາດຈັບຕົວ

ເປົ້າໝາຍໄດ້ 3 ຄົນ ຄື: ທ້າວ ຫົກ ອາຍຸ 35 ປີ ຢູ່ບ້ານທວາຍໃຫ່ຍ ພ້ອມຂອງກາງຢາບ້າ 715 ເມັດ, ທ້າວ ນົງຄານ ອາຍຸ 43 ປີ ຢູ່ບ້ານນາໄຊ ມີຂອງກາງຢາບ້າ 5 ເມັດ ແລະ ທ້າວ ຈ່ອຍ ອາຍຸ 44 ປີ ຢູ່ບ້ານທວາຍໃຫ່ຍ ຂອງກາງຢາບ້າ 2 ເມັດ, ທັງ 3 ຂຶ້ນກັບເມືອງທ່າພະບາດ ແຂວງບໍລິຄໍາໄຊ.

ຜ່ານການສອບສວນ ທ້າວ ຫົກ ສາລະພາບວ່າ: ວັນທີ 24 ຕຸລາ 2022, ໄດ້ໂທລະສັບຫາ ທ້າວ ກໍ ອາຍຸ 50 ປີ ຢູ່ບ້ານທວາຍໃຫ່ຍ ເພື່ອຊື້ຢາບ້າ ແລະ ໄດ້ຢືມລົດຈັກນຳຄົນຮູ້ຈັກໄປເອົາຢາບ້າ ຈໍານວນ 4 ຖົງ ລວມມີຢາ 715 ເມັດ, ເມື່ອໄດ້ຢາບ້າມາແລ້ວ ກໍໄດ້ໂທຫາພັກພວກມາເອົາຢາບ້າ ຢູ່ສວນຢາງພາລາ ເຂດບ້ານທວາຍໃຫ່ຍ ເມື່ອໄປ

ຮອດກໍຖືກເຈົ້າໜ້າທີ່ຈັບ ພ້ອມຂອງກາງຢາບ້າ 715 ເມັດ ໄປດໍາເນີນຄະດີຕາມກົດໝາຍ. ທ້າວ ນົງຄານ ສາລະພາບວ່າ: ໄດ້ເລີ່ມຊື້ຢາບ້ານໍາພັກພວກຮ່ວມຂະບວນການ ມາຂາຍແຕ່ວັນທີ 10 ຕຸລາ 2022, ຊື້ຄັ້ງລະ 200 ເມັດ ເພື່ອມາຂາຍໃຫ້ໄວລຸ້ນຢູ່ເຂດບ້ານໃກ້ຄຽງ.

ສ່ວນ ທ້າວ ຈ່ອຍ ຮັບສາລະພາບວ່າ: ໄດ້ເລີ່ມເສບຢາເສບຕິດ (ຢາບ້າ) ມາແຕ່ປີ 2015, ມາຮອດວັນທີ 24 ຕຸລາ 2022 ໄດ້ໄປຊື້ຢາບ້າຢູ່ບ້ານທວາຍໃຫ່ຍ ຈໍານວນ 2 ເມັດ, ແຕ່ບໍ່ທັນໄດ້ເສບ ກໍຖືກເຈົ້າໜ້າທີ່ຈັບ ພ້ອມຂອງກາງຢາບ້າຈໍານວນ 2 ເມັດ.ປັດຈຸບັນຄະດີດັ່ງກ່າວ, ຢູ່ໃນຂັ້ນ ຕອນສອບສວນຂະຫຍາຍຜົນຫາພັກ ພວກຮ່ວມຂະບວນ ເພື່ອຕິດຕາມຈັບຕົວມາດໍາເນີນຄະດີຕາມກົດໝາຍ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.