ສຳເລັດແລ້ວ 99% ການກໍ່ສ້າງເຮືອນໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກສັນເຂື່ອນແຕກຢູ່ແຂວງ ອັດຕະປື

0
167

ມາຮອດປັດຈຸບັນນີ້, ການກໍ່ສ້າງເຮືອນຖາວອນແຫ່ງໃໝ່ໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກສັນເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ເມື່ອວັນທີ 23 ກໍລະກົດ 2018 ທີ່ຜ່ານມາທີ່ເມືອງສະໜາມໄຊ ແຂວງອັດຕະປື ໄດ້ສໍາເລັດ ແລ້ວ 688 ຫຼັງ ຫຼື ເທົ່າກັບ 99 %  ຈາກແຜນສ້າງທັງໝົດ ຈຳນວນ 700 ຫຼັງ ຊຶ່ງໂຄງການກໍ່ສ້າງເຮືອນດັ່ງກ່າວມີມູນຄ່າກວ່າ 24.5 ລ້ານ ໂດລາສະຫະລັດ.

ສັນເຂື່ອນໄຟຟ້າແຕກດັ່ງກ່າວໄດ້ເຮັດໃຫ້ກະແສນໍ້າຈຳນວນຫຼາຍໄຫຼຊຸຖ້ວມບ້ານເຮືອນຊານປະຊາຊົນຫຼາຍບ້ານທີ່ຢູ່ຕອນລຸ່ມຂອງເຂື່ອນ ຊຶ່ງໄດ້ເຮັດໃຫ້ເຮືອນຊານ, ພຶດກະສິກໍາ ລວມທັງສັດລຽ້ງ ຂອງປະຊາຊົນຖືກກະແສ່ນໍ້າພັດໄປໄດ້ສ້າງຄວາມເສຍຫາຍເປັນຈໍານວນຫຼາຍ ໂດຍສະເພາະເນື້ອທີ່ພຶດຜັກຂອງປະຊາຊົນຖືກເສຍຫາຍຫຼາຍພັນເຮັກຕາໂດຍທີ່

ກະທົບຢ່າງໜັກໜ່ວງທີ່ສຸດຄື: ບ້ານຫີນລາດ, ບ້ານ ສະໜອງໃຕ້, ບ້ານທ່າຫີນ,​ ບ້ານໃໝ່, ບ້ານທ່າແສງຈັນ ແລະ ບ້ານໃຫຍ່ແທ ທີ່ມີປະຊາກອນລວມກັນ 7.095 ຄົນໃນ 1.611 ຄອບຄົວ. ໃນເບື້ອງຕົ້ນ ຄອບຄົວທີ່ສູນເສຍ ແລະ ບໍ່ມີເຮືອນຢູ່ອາໄສ ຕ້ອງໄດ້ອາໄສນອນຢູ່ໃນເຕັ້ນ ແລະ ທີ່ພັກອາໄສຊົ່ວຄາວ ກ່ອນທີ່ຈະຍ້າຍໄປຢູ່ບ່ອນຢູ່ຊົ່ວຄາວທີ່ເມືອງສະໜາມໄຊ.

ປັດຈຸບັນ ເຂື່ອນດັ່ງກ່າວໄດ້ຖືກສ້າງຄືນໃໝ່ຢູ່ບ່ອນອື່ນ ແລະ ມີໂຄງສ້າງທີ່ແຂງແຮງຫຼາຍຂຶ້ນ ພາຍຫຼັງການກໍ່ສ້າງໄດ້ຮັບການກວດກາໂດຍວິສະວະກອນຊ່ຽວຊານຈາກບໍລິສັດພະລັງງານສາກົນ.

ພ້ອມນີ້ ໂຄງການ ເຂື່ອນໄຟຟ້າທັງໝົດ ຍັງຢູ່ໃນລະຫວ່າງ ການກວດກາຂອງລັດຖະບານ ໂດຍ ເຈົ້າໜ້າທີ່ໄດ້ຖືກສັ່ງໃຫ້ກວດກາ ເຂື່ອນທັງໝົດທີ່ກຳລັງກໍ່ສ້າງ ໃຫ້ໄດ້ມາດຕະຖານ ແລະ ຕ້ອງໄດ້ຮັບປະກັນທາງດ້ານຄວາມປອດໄພ.

ໂຄງການ ກໍ່ສ້າງເຮືອນພັກອາໄສໃຫ້ແກ່ ປະຊາຊົນທີ່ໄດ້ຮັບຜົນກະທົບນັ້ນ ລວມທັງໝົດມີ 811 ຫຼັງ ແບ່ງອອກເປັນ ທຶນຈາກບໍລິສັດພັດທະນາເຂື່ອນເຊປຽນ-ເຊນ້ຳນ້ອຍ 700 ຫຼັງ, ທຶນຊ່ວນເຫຼືອຈາກລັດຖະບານໄທ ມີ 45 ຫຼັງ ແລະ ທຶນຊ່ວຍເຫຼືອຈາກໂຄງການ UN-HABITAT ປະເທດຍີ່ປຸນ ອີກ 66 ຫຼັງ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.