ຖືວ່າພົ້ນຜ່ານໄປແລ້ວສຳລັບງານບຸນນະມັດສະການພະທາດຫຼວງວຽງຈັນປະຈຳປີ 2022 ແລະ ກໍ່ເຫັນໄດ້ວ່າມີຫຼາຍພາກສ່ວນທີ່ມີຈິດອາສາໃນການປະກອບສ່ວນເຂົ້າໃນວຽກງານດັ່ງກ່າວ ໂດຍສະເພາະຫຼັງຈາກງານບຸນສຳເລັດກໍ່ເຫັນວ່າຍັງມີບາງພາກສ່ວນຮ່ວມແຮງຮ່ວມໃຈກັນອະນາໄມເດີນພະທາດຫຼວງວຽງຈັນ ໂດຍໜຶ່ງໃນນັ້ນແມ່ນ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ.
.
ໂດຍງານປະເພນີບຸນນະມັດສະການພະທາດຫຼວງວຽງຈັນ ທີ່ໄດ້ຈັດຂຶ້ນໃນວັນທີ 4-8 ພະຈິກ 2022 ທີ່ຜ່ານມາ ໄດ້ສ້າງຄວາມປະທັບໃຈ, ຮອຍຍິ້ມ ແລະ ຄວາມສຸກໃຫ້ແກ່ປະຊາຊົນລາວເຮົາຢ່າງຈົບງາມ. ພະທາດຫຼວງວຽງຈັນ ເປັນສະຖານທີ່ສຳຄັນສຸດທີ່ຂອງປະເທດລາວ ຄືສັນຍາລັກປະຈຳຊາດ ປຽບເໝືອນດັ່ງຫ້ອງຮັບແຂກໃນບ້ານເມືອງເຮົາ ເພື່ອໃຫ້ສະຖານທີ່ ກຽມພ້ອມຕ້ອນຮັບເເຂກຕ່າງດ້າວຊາວຕ່າງແດນ ໃຫ້ງົດງາມໂດຍໄວ ໂດຍມີອາສາສະໝັກຫຼາຍພາກສ່ວນທັງພາກລັດ ແລະ ເອກກະຊົນໄດ້ຮ່ວມແຮງຮ່ວມໃຈກັນເຂົ້າໄປທຳຄວາມສະອາດເກັບມ້ຽນຂີ້ເຫຍື່ອ ພາຍຫຼັງງານບຸນໄດ້ຈົບລົງ.
.
ເຊິ່ງໜຶ່ງໃນນັ້ນ, ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ພວກເຮົາ ກໍໄດ້ເປັນສ່ວນໜຶ່ງໃນການທຳຄວາມສະອາດບໍລິເວນເດິ່ນພະທາດຫຼວງວຽງຈັນໃນຄັ້ງນີ້ ໃນວັນທີ 9 ພະຈິກ 2022 ເລີ່ມແຕ່ເວລາ 7:30-10:30 ໂດຍມີອ້າຍນ້ອງພະນັກງານເຂົ້າຮ່ວມຫຼາຍກວ່າ 40 ຄົນ ໂດຍເຫັນແລ້ວກໍ່ປະທັບໃຈທີ່ຫຼາຍພາກສ່ວນຊ່ວຍກັນໃນການພັດທະນາບ້ານເມືອງໃຫ້ມີຄວາມຈະເລີນ ແລະ ດັ່ງຄຳເວົ້າທີ່ວ່ານ້ຳໃຈຍິ່ງໃຫຍ່ສະເໝີ.
ໂດຍບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ນອກຈາກຈະເປັນ ສູນຈຳໜ່າຍວັດສະດຸກໍ່ສ້າງ ແລະ ເຄື່ອງຕົບແຕ່ງເຮືອນຄົບວົງຈອນ ຍັງມີຄວາມພ້ອມໃນການຊ່ວຍເຫຼືອສັງຄົມ ກໍຄືພີ່ນ້ອງຊາວລາວທຸກໆທ່ານ ດັ່ງຄຳເວົ້າທີ່ວ່າ
ຂໍ້ມູນ:ບໍໍລິສັດສຸວັນນີ ໂຮມເຊັນເຕີ ມະຫາຊົນ