ປກສ ເມືອງສົບເບົາ ແຂວງຫົວພັນ ທຳລາຍ ອາວຸດລ່າເນື້ອ ແລະ ທາດລະເບີດ ຄອບຄອງບໍ່ຖືກຕ້ອງ

0
123

ປກສ ເມືອງສົບເບົາ ແຂວງຫົວພັນ ໄດ້ທຳລາຍ ອາວຸດລ່າເນື້ອ, ທາດລະເບີດ ແລະ ວັດຖຸອື່ນໆທີ່ຜິດກົດໝາຍ ໃນວັນທີ 4 ພະຈິກ 2022 ຜ່ານມາ, ໂດຍມີທ່ານ ເພີດ ມາປັນຍາ ຮອງເລຂາພັກແຂວງ, ທ່ານ ໄຊຍະແສງ ຊົງຢົງຢາ ເຈົ້າເມືອງສົບເບົາ ພ້ອມດ້ວຍບັນດາທ່ານການນຳເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.

ອາວຸດລ່າເນື້ອ, ທາດລະເບີດ ແລະ ວັດຖຸອື່ນໆທີ່ກົດໝາຍ ຫ້າມຄອບຄອງ ທີ່ນຳມາທຳລາຍຖິ້ມໃນຄັ້ງນີ້ແມ່ນຢຶດມາໄດ້ນຳບຸກຄົນທີ່ຄອບຄອງບໍ່ຖືກຕ້ອງ ໃນທົ່ວເມືອງສົບເບົາ ລວມມີ: ອາວຸດລ່າເນື້ອ ຈຳນວນ 187 ກະບອກ, ກັບເຫລັກໃຫຍ່ 1 ອັນ, ລະເບີດ 2 ໜ່ວຍ, ຢາຂ້າຫຍ້າ 80 ປ່ອງ, ລູກຫວ່ານ 100 ກວ່າກິໂລກຣາມ, ຈັກສະຕິນ

13 ເຄື່ອງ ແລະ ໝູປ່າ 1 ໂຕ ນ້ຳໜັກ 85 ກິໂລກຣາມ.ເພື່ອເຮັດໃຫ້ວຽກງານປ້ອງກັນຄວາມສະຫງົບເປັນໄປຕາມແຜນການທີ່ວາງໄວ້ ແລະ ໃຫ້ສອດຄ່ອງກັບລະບຽບຫລັກການ ພ້ອມທັງຫລີກລ່ຽງ ບໍ່ໃຫ້ເກີດອັນຕະລາຍຕໍ່ຊີວິດ ແລະ ຊັບສິນ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.