ທ່ານຮູ້ຫຼືບໍ່ວ່າ ຢາສູບເປັນອັນຕະລາຍ ຕໍ່ສຸຂະພາບ ແລະ ໄດ້ຂ້າຊິວິດຄົນໃນທົ່ວໂລກ ສະເລ່ຍປີໜຶ່ງ 8 ລ້ານກ່ວາຄົນ ຫຼື 1 ນາທີ ມີຄົນຕາຍ 2 ຄົນ ຈາກຢາສູບ !!!
ສະເພາະ ປະເທດລາວ ເສຍຊິວິດຍ້ອນຢາສູບ ແມ່ນມີສະຖິຕິຢູ່ປີລະ 6,225 ຄົນ ຫຼື 17 ຄົນຕໍ່ມື້ !!! ການສຶກສາຜົນກະທົບທີ່ຕິດພັນກັບຢາສູບຢູ່ລາວ ພົບເຫັນມີ 3
ພະຍາດຄື : ພະຍາດເສັ້ນເລືອດໃນສະ ໝອງຕີບ-ຕັນ-ແຕກ, ພະຍາດທາງລະບົບຫາຍໃຈອັດຕັນຊຳເຮຶ້ອ ແລະ ມະເຮັງປອດ.
ສາເຫດມາຈາກການຜະລິດ ແລະ ສົ່ງອອກຂອງຂະແໜງການທີ່ກ່ຽວຂ້ອງໃນການຈະຕິດຕາມກວດກາ ແລະ ປະຕິບັດມາດຕະການຜູ້ລະເມິດການຜະລິດ-ນຳເຂົ້າ ແລະ ຈຳໜ່າຍ ຜະລິດຕະພັນຢາສູບແບບໃໝ່ມີຫຼາຍຊະນິດເປັນຕົ້ນຄື : ຢາສູບໄຟຟ້າ, ຢາສູບລະເຫີຍອາຍ, ຢາສູບຊິກາ ຫຼື ຢາສູບບາລາກູ ທີ່ເປັນແບບໃໝ່ປະສົມໃສ່ກິ່ນໝາກ
ໄມ້ແຕ່ລະຊະນິດທີ່ສ້າງຄວາມສົນໃຈໃຫ້ແກ່ເດັກນ້ອຍໄວໜຸ່ມຫຼົງໄຫຼ ແລະ ຢາກລອງ ແຕ່ມັນມີອັນຕະລາຍຫຼາຍກ່ວາຢາສູບທຳມະດາ ທັງສາມພະຍາດນີ້ແມ່ນມີມູນຄ່າໃນການປິ່ນປົວຢູ່ໃນລະດັບຊາດມີມູນຄ່າສູງເຖິງ 28,507,000,000 ກີບ, ຫຼື 3,341,577 ໂດລ້າສະຫະລັດ.
ດັ່ງນັ້ນ ພັກ ແລະ ລັດຖະບານຈຶ່ງໄດ້ອອກກົດໝາຍວ່າດ້ວຍການຄວບຄຸມຢາສູບ-ຢາສູບໄຟຟ້າ ສະບັບເລກທີ 07/ສພຊ, ລົງວັນທີ 26 ພະຈິກ 2009, ແລະ ອອກ ດຳລັດວ່າດ້ວຍການຈັດຕັ້ງປະຕິບັດການເຄື່ອນໄຫວ ຂອງຄະນະກຳມະການແຫ່ງຊາດເພື່ອການຄວບຄຸມຢາສູບ ສະບັບເລກທີ 214/ນຍ, ລົງວັນທີ 21 ພຶດສະພາ 2012.
ຂໍ້ມູນ: ສູນຂ່າວສານການແພດສຸຂະສຶກສາ