ປັບອີກແລ້ວ ລັດປັບລາຄານ້ຳມັນກາ​ຊວນ​ລົງ ສ່ວນ​ລາຄານ້ຳ​ມັນແອັດ​ຊັງປັບ​ຂື້ນ

0
123

ປັບອີກແລ້ວ ລັດປັບລາຄານ້ຳມັນກາ​ຊວນ​ລົງ ສ່ວນ​ລາຄານ້ຳ​ມັນແອັດ​ຊັງປັບ​ຂື້ນ ລັດໄດ້ປັບຂື້ນລາຄານ້ຳມັນແອັດຊັງພິເສດຂຶ້ນ 1.210 ກີບ/ລິດ, ນ້ຳມັນແອັດຊັງທຳມະດາປັບຂຶ້ນ 620 ກີບ/ລິດ, ສ່ວນນ້ຳມັນກາຊວນ​ແມ່ນປັບລົງ 160 ກີບ/ລິດ ຊຶ່ງ​ການ​ປັບ​ລາ​ຄາ​ດັ່ງ​ກ່າວນີ້​, ກະຊວງອຸດສາຫະກຳ ແລະ ການຄ້າໄດ້ອອກແຈ້ງການເມື່ອວັນທີ 9 ພະ​ຈິກ 2022 ທີ່​ຜ່ານ​ມາໂດຍເລີ່ມປະຕິບັດແຕ່ວັນທີ 10 ພະ​ຈິກ 2022 ນັບແຕ່ເວລາ 06:00 ໂມງ ເປັນຕົ້ນໄປ.

ການປັບລາຄານ້ຳມັນເຊື້ອໄຟຂາຍຍ່ອຍໃນຄັ້ງນີ້ໄດ້ເຮັດໃຫ້ ລາຄານ້ຳມັນແອັດຊັງພິເສດຢູ່ ນະຄອນຫຼວງວຽງຈັນ ​ຈາກ 25.960 ກີບປັບຂຶ້ນເປັນ 27.170ກີບ/ລິດ, ນ້ຳມັນແອັດຊັງທໍາມະດາ ຈາກ 20.740 ກີບ​ປັບ​ຂື້ນເປັນ 21.360 ກີບ/ລິດ ແລະ ກາຊວນ ຈາກ 20.490 ກີບ​ປັບ​ລົງ​ເປັນ 20.330 ກີບ/ລິດ.


ປັບອີກແລ້ວ ລັດປັບລາຄານ້ຳມັນກາ​ຊວນ​ລົງ ສ່ວນ​ລາຄານ້ຳ​ມັນແອັດ​ຊັງປັບ​ຂື້ນ


ປັບອີກແລ້ວ ລັດປັບລາຄານ້ຳມັນກາ​ຊວນ​ລົງ ສ່ວນ​ລາຄານ້ຳ​ມັນແອັດ​ຊັງປັບ​ຂື້ນ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.