ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ

0
91

ວັນທີ 12 ພະຈິກ 2022, ສະຫາຍ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ຫຼີ ເຄີ້ສຽງ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ຢູ່ ໂຮງແຮມ Rosewood, ພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ແລະ 41 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ.

ໃນໂອກາດນີ້, ສອງຝ່າຍ ໄດ້ສະແດງຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ມີໂອກາດພົບປະນໍາກັນແບບເຊິ່ງໜ້າ ທີ່ ພະນົມເປັນ ໃນຄັ້ງນີ້, ເຊິ່ງເປັນຄັ້ງທໍາອິດພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19.

ສອງຝ່າຍ ກໍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນແບບຄູ່ຮ່ວມມືຍຸດທະສາດ ຮອບດ້ານ ໝັ້ນຄົງຍາວນາມ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ລະຫວ່າງ ສອງພັກ ແລະ ສອງລັດ ກໍຄື ປະຊາຊົນສອງຊາດ ລາວ-ຈີນ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍດ້ວຍຄຸນນະພາບໃໝ່ຢ່າງບໍ່ຢຸດຢ້ັງ ທັງໃນລວງເລິກ ແລະ ລວງກວ້າງ.

ພ້ອມນີ້, ສອງຝ່າຍຍັງໄດ້ແຈ້ງສະພາບການພົ້ນເດັ່ນຢູ່ໃນປະເທດຂອງຕົນໃຫ້ກັນຊາບ ພ້ອມທັງໄດ້ປຶກສາຫາລື ແລະ ທົບທວນ ກ່ຽວກັບ ການພົວພັນຮ່ວມມືສອງຝ່າຍ ໃນດ້ານຕ່າງໆ ໃນໄລຍະຜ່ານມາ ແລະ ໃນຕໍ່ໜ້າ ເຊັ່ນ: ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ດ້ານພະລັງງານ, ໂຄງການລົດໄຟ ລາວ-ຈີນ ແລະ ອື່ນໆ.

ໃນໂອກາດນີ້, ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ທີ່ຫາກໍ່ປິດລົງໃນວັນທີ 22 ຕຸລາ ທີ່ຜ່ານມາ, ພ້ອມທັງໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດລາວ ເຖິງ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ ພັກກອມມູນິດຈີນ.

ພ້ອມນັ້ນ, ກໍ່ໄດ້ຕາງໜ້າພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ມາຍັງ ພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ພັກ, ລັດຖະບານ ແລະ ປະຊາຊົນລາວ ຕະຫຼອດມາ ໂດຍສະເພາະ ການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ກໍ່ຄື ການຊ່ວຍເຫຼືອການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນປັດຈຸບັນ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.