ແຈ້ງການເຖິງ ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງຕ່າງໆ ເຊີນເຂົ້າຮ່ວມການປະມູນຂາຍສິນຄ້າປະເພດ ພາຫະນະ ຂອງກົມພາສີ ດ້ວຍຮູບການປະມູນ ເປີດກວ້າງ.
ກົມພາສີ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຕ່າງໆ ຜູ້ທີ່ມີຄວາມ ສົນໃຈການປະມູນ ຊາບວ່າ ກະຊວງການເງິນ ກົມພາສີ ມີສິນຄ້າ, ເຄື່ອງຂອງ ປະເພດພາຫະນະ ຈໍານວນ 08 ຄັນ:
1. ລົດເກັງ, ຍີ່ຫໍ້ TOYOTA, ລຸ້ນ VIOS, ສີຂາວ, ຄວາມແຮງ 1.500 ຊີຊີ. 2. ລົດກະບະ, ຍີ່ຫໍ້ TOYOTA, ລຸ້ນ REVo, ສີຂາວ, ຄວາມແຮງ 3.000 ຊີຊີ.
3. ລົດເກັ່ງ, ຍີ່ຫໍ້ MITSUBISHI, ສີຂາວ, ຄວາມແຮງ 1.600 ຊີຊີ. 4. ລົດກະບະ, ຍີ່ຫໍ້ FORD ແຄບ, ສີປອນເທົ່າ, ຄວາມແຮງ 2.200 ຊີຊີ.
5. ລົດຈັກ, ຍີ່ຫໍ້ ຊູຊູກິ, ສີແດງ, ຄວາມແຮງ 248 ຊີຊີ. 6. ລົດກະບະ, ຍີ່ຫໍ້ TOYOTA, ລຸ້ນ REVO, ສີຂາວ, ຄວາມແຮງ 2.400 ຊີຊີ. 7. ລົດເກັງ, ຍີ່ຫໍ້ HONDA, ລຸ້ນ CITY, ສີຂາວ, ຄວາມແຮງ 1.400 ຊີຊີ. 8. ລົດກະບະ, ຍີ່ຫໍ້ TOYOTA, ລຸ້ນ REVO CAP, ສີດໍາ, ຄວາມແຮງ 2.400 ຊີຊີ.
ທີ່ຕ້ອງການສະສາງອອກດ້ວຍຮູບການປະມູນເປີດກວ້າງ ທ່ານທີ່ມີຄວາມສົນໃຈ ຢາກເຂົ້າຮ່ວມປະມູນແຂ່ງຂັນລາຄາ ລະອຽດແມ່ນໃຫ້ຕິດຕໍ່, ຊື້ຊອງປະມູນ ແລະ ສາມາດເບິ່ງສິນຄ້າ, ເຄື່ອງຂອງຕົວຈິງໄດ້ທີ່ ພະແນກ ສືບສວນ-ສອບສວນ ແລະ ປາບປາມການລັກລອບຫນີພາສີ ຕັ້ງຢູ່ບ້ານຫນອງບອນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.
ທີ່ມາ ຂ່າວ+ຮູບພາບ: ກະຊວງການເງິນ