ນຳໃຊ້ລະບົບ AMIS ຄຸ້ມຄອງຊັບສິນແຫ່ງລັດ ຄົບຖ້ວນ ຖືກຕ້ອງ ໂປ່ງໃສ

0
64

ຂ່າວສານ ແລະ ເຫດການການຫັນເປັນທັນສະໄໝຂອງຂະແໜງຄຸ້ມຄອງຊັບສິນແຫ່ງລັດ ແມ່ນໜຶ່ງໃນວິໄສທັດຂອງກະຊວງການເງິນປັດຈຸບັນກົມຄຸ້ມຄອງຊັບສິນແຫ່ງລັດ,ໄດ້ມີລະບົບທັນສະໄໝເປັນຕົ້ນ:ລະບົບຂໍ້ມູນຂ່າວສານຄຸ້ມຄອງຊັບສິນແຫ່ງລັດແບບອີເລັກໂຕຼນິກ ຫຼືAMIS(ເອມິດ).

ໂຄງການລະບົບຂໍ້ມູນຂ່າວສານຄຸ້ມຄອງຊັບສິນແຫ່ງລັດແບບອີເລັກໂຕຼນິກ(AMIS)ແມ່ນການພັດທະນາ ລະບົບເຕັກໂນໂລຊີຂໍ້ມູນ–ຂ່າວສານ ແລະ ຫັນການຄຸ້ມຄອງວຽກງານຊັບສິນແຫ່ງລັດໃຫ້ເປັນທັນສະໄໝ;ຄຸ້ມຄອງ ນຳໃຊ້ລະບົບເຕັກໂນໂລຊີ,ຂໍ້ມູນຂ່າວສານເຂົ້າໃນວຽກງານວິຊາສະເພາະຊັບສິນແຫ່ງລັດໃນຂອບເຂດທົ່ວປະເທດ.

ລັດຖະບານກໍ່ຄື ກະຊວງການເງິນ ໄດ້ອອກຂໍ້ຕົກລົງ ສະບັບເລກທີ 2969/ກງ, ລົງວັນທີ 23 ກັນຍາ 2022 ວ່າດ້ວຍການຮັບຮອງ ແລະ ປະກາດການນໍາໃຊ້ລະບົບຂໍ້ມູນ

ຂ່າວສານຄຸ້ມຄອງຊັບສິນແຫ່ງລັດແບບອີເລັກໂຕຼນິກ ຢ່າງເປັນລະບົບຕໍ່ເນື່ອງຢູ່ໃນຂອບເຂດທົ່ວປະເທດ ແລະ ໄດ້ອອກຄຳແນະນໍາກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ລະບົບຄຸ້ມຄອງຊັບສິນແຫ່ງລັດແບບອີເລັກໂຕຼນິກ(AMIS).

ເພື່ອສ້າງຄວາມສະດວກ ແລະເປັນການປັບປຸງກົນໄກການຄຸ້ມຄອງແລະ ນຳໃຊ້ຊັບສິນແຫ່ງລັດໃຫ້ເຂັ້ມແຂງ,ມີປະສິດທິຜົນ ແລະ ຫັນເປັນທັນສະໄໝ,ການຄຸ້ມຄອງຊັບສິນແຫ່ງລັດ,ການຂຶ້ນບັນຊີ–ການຂຶ້ນທະບຽນຊັບສິນແຫ່ງລັດແບບທັນສະໄໝດ້ວຍລະບົບຂໍ້ມູນຂ່າວສານຄຸ້ມຄອງຊັບສິນແຫ່ງລັດ ແບບອີເລັກໂຕຼນິກ(AMIS)ຜ່ານອອນໄລນ໌ ແລະ

ເວັບເບສ(Web-based),ສາມາດເຊື່ອມຕໍ່ກັບລະບົບອື່ນ ແລະ ລວມສູນຖານຂໍ້ມູນຊັບສິນຂອງລັດ ທຸກປະເພດ,ແນ່ໃສ່ສ້າງເງື່ອນໄຂອຳນວຍຄວາມສະດວກ,ມີຄວາມປອດໄພ,ທັນສະໄໝ,ໂປ່ງໃສ ແລະ ຮັບປະກັນການຄຸ້ມຄອງຖານລາຍຮັບແຈ້ງມອບເຂົ້າງົບປະມານແຫ່ງລັດໃຫ້ຖືກຕ້ອງຄົບຖ້ວນ ແລະ ທັນ ຕາມກຳນົດເວລາ, ທັງເປັນການແນະ

ນໍາຂັ້ນຕອນ,ວິທີການຄຸ້ມຄອງນຳໃຊ້ລະບົບAMISແລະ ການແບ່ງຄວາມຮັບຜິດຊອບໃຫ້ພາກສ່ວນກ່ຽວຂ້ອງໃນການຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບກົດໝາຍແລະ ລະບຽບການຢ່າງເຂັ້ມງວດ.

ສຳລັບຈຸດປະສົງ ແລະ ລະດັບຄາດໝາຍ:ລັດຖະບານມອບສິດໃຫ້ກະຊວງການເງິນໃນການຄຸ້ມຄອງຊັບສິນທີ່ລັດລົງທຶນສ້າງຂຶ້ນຫຼືໄດ້ມາດ້ວຍຄວາມຊອບທຳຕາມກົດໝາຍແລະລະບຽບການ,ຊຶ່ງປະກອບດ້ວຍສັງຫາລິມະຊັບແລະອະສັງຫາລິມະຊັບທີ່ມອບໃຫ້ການຈັດຕັ້ງ,ບຸກຄົນແລະນິຕິບຸກຄົນເປັນຜູ້ຄຸ້ມຄອງນຳໃຊ້ແບບລວມສູນດ້ວຍການຂຶ້ນ

ບັນຊີ,ການຂຶ້ນທະບຽນ,ຄຸ້ມຄອງຖານລາຍຮັບ,ການຕີມູນຄ່າຊັບສິນ,ການຊື້ແລະການສ້າງໃໝ່,ການມອບ–ໂອນ,ການຫັນຊັບສິນເປັນທຶນ,ການແລກປ່ຽນ,ການໃຫ້ເຊົ່າຫຼືສຳປະທານ,ການເອົາເຂົ້າຮຸ້ນຫຼືຮ່ວມທຶນແລະການປ່ຽນສິດຄຸ້ມຄອງຊັບສິນຂອງລັດ.

ການນຳໃຊ້ລະບົບທີ່ທັນສະໄໝ:ເພື່ອຄຸ້ມຄອງແລະ ສັງລວມຂໍ້ມູນຊັບສິນຂອງລັດໃຫ້ຄົບຖ້ວນແລະ ຊັດເຈນໃນຂອບເຂດທົ່ວປະເທດ,ຄຸ້ມຄອງຊັບສິນຂອງລັດບໍ່ໃຫ້ຕົກເຮ່ຍເສຍຫາຍ;ເພື່ອຄຸ້ມຄອງຖານລາຍຮັບຈາກຊັບສິນແຫ່ງລັດໃຫ້ໄດ້ຄົບຖ້ວນ,ຖືກຕ້ອງຕາມກຳນົດເວລາ,ມີຄວາມໂປ່ງໃສ,ສະດວກ,ວ່ອງໄວແລະ ສາມາດກວດສອບໄດ້ເປັນ

ຕົ້ນ:ການນຳໃຊ້ລະບົບບັນທຶກບັນດາຂໍ້ມູນທີ່ດິນ–ເຮືອນ,ສິ່ງປຸກສ້າງ,ຕຶກອາຄານ,ພາຫະນະ,ບັນດາສັນຍາສຳປະທານ,ສັນຍາເຊົ່າຊັບສິນຂອງລັດແລະ ອື່ນໆໃຫ້ເປັນລະບົບຄົບຊຸດ,ລະບົບການຕິດຕາມກວດກາແລະເກັບກຳຖານລາຍຮັບໃຫ້ຄົບຖ້ວນແລະ ທັນຕາມກຳນົດເວລາ.

ການຂຶ້ນທະບຽນຊັບສິນແຫ່ງລັດແບບອີເລັກໂຕຼນິກ: ສາມາດດຳເນີນໄດ້ຜ່ານການປ້ອນຂໍ້ມູນເຂົ້າລະບົບຂໍ້ມູນຂ່າວສານຄຸ້ມຄອງຊັບສິນຂອງລັດແບບອອນໄລນ໌; ລະບົບຈະກຳນົດການໃສ່ລະຫັດໃຫ້ຊັບສິນຫຼືການໃສ່ເລກປະຈຳຕົວໃຫ້ຊັບສິນແບບອັດຕະໂນມັດ (Automatic),ອີງຕາມລາຍການຈັດລຳດັບຂອງສູນສະຖິຕິແຫ່ງຊາດໃນກຳນົດລະຫັດກະຊວງ, ອົງການທຽບເທົ່າກະຊວງ.

ກະຊວງການເງິນ ເປັນຜູ້ກຳນົດ ເລກລະຫັດ, ເລກທະບຽນ ແລະ ເຄື່ອງໝາຍຊັບສິນຂອງລັດແຕ່ລະປະເພດ ເພື່ອຄວາມເປັນເອກະພາບໃນການຂຶ້ນທະບຽນ.

ການຂຶ້ນບັນຊີຊັບສິນແບບອີເລັກໂຕຼນິກ: ແມ່ນການຮວບຮວມເອົາຂໍ້ມູນທັງໝົດຂອງຊັບສິນທີ່ໄດ້ຂຶ້ນທະບຽນແລ້ວບັນທຶກເຂົ້າໄວ້ໃນຖານຂໍ້ມູນ ແລະ ສາມາດສ້າງຕາຕະລາງສັງລວມລາຍງານຕາມລຳດັບ ແລະ ແຍກຕາມແຕ່ລະໝວດ,ແຕ່ລະປະເພດຂອງຊັບສິນ.

ທຸກກະຊວງ, ອົງການທຽບເທົ່າຕ້ອງໄດ້ນຳເອົາຊັບສິນທີ່ມີອາຍຸການນຳໃຊ້ໄດ້ຍາວນານກວ່າ1ປີຂຶ້ນໄປທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນລວມທັງປະເພດສັງຫາລິມະຊັບ ແລະ ອະສັງຫາລິມະຊັບ,ຊຶ່ງໄດ້ມາໂດຍການນໍາໃຊ້ງົບປະມານຂອງລັດລວມທັງທຶນກູ້ຢືມ, ທຶນຊ່ວຍເຫຼືອລ້າ,ຈາກການປະກອບສ່ວນຂອງຊຸມຊົນ ແລະ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບ

ລັດຖະບານມອບໃຫ້ລັດ ແຕ່ສູນກາງລົງຮອດທ້ອງຖິ່ນໄປຂຶ້ນບັນຊີລວມສູນຢູ່ຂະແໜງການຄຸ້ມຄອງຊັບສິນແຫ່ງລັດທີ່ຕົນຂຶ້ນກັບຕາມກົດໝາຍ ແລະລະບຽບການ.
ການຄຸ້ມຄອງຖານລາຍຮັບຈາກຊັບສິນແຫ່ງລັດ:ແມ່ນການປ້ອນຂໍ້ມູນເຂົ້າໃນລະບົບຕາມແບບຟອມກຳນົດ ເພື່ອບັນທຶກບັນດາຂໍ້ມູນທີ່ດິນ–ເຮືອນ,ສິ່ງປຸກສ້າງ,ຕຶກອາຄານ,ພາຫະນະ,ບັນດາສັນຍາສຳປະທານ,ສັນຍາເຊົ່າຊັບສິນຂອງລັດ ແລະ ອື່ນໆ.

ການດໍາເນີນວຽກງານຄຸ້ມຄອງຊັບສິນແຫ່ງລັດ: ໃນກໍລະນີປະຕິບັດທາງອີເລັກໂຕຼນິກປະຕິບັດຕາມຂັ້ນຕອນຄືກັນກັບກັບການປ້ອນຂໍ້ມູນເຂົ້າໃນແບບຟອມExcel,ການຫັນເປັນທັນສະໄໝຕ້ອງຜ່ານການທົດລອງກ່ອນການນຳໃຊ້,ຝຶກອົບຮົມໃຫ້ເຂົ້າໃຈ ແລະ ສາມາດປະຕິບັດໄດ້ຢ່າງຊຳນານງານ,ເຊື່ອມໂຍງຂໍ້ມູນກັບລະບົບອື່ນຈາກພາກສ່ວນທີ່ກ່ຽວຂ້ອງເພື່ອຮັບປະກັນໃນການສ້າງເອກະສານລາຍງານ ແລະ ໄດ້ຮັບອະນຸຍາດຈາກກະຊວງການເງິນ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.