ມາເນກາ ກາເນີ ອາຍຸ 27 ປີ ຈາກໂອໄຮໂອ ໄດ້ຮັບຄຳສາລະພາບວ່າ ລາວໄດ້ໃຊ້ ຊີ້ນເປັນທ່ອນ ທີ່ວາງຂາຍຢູ່ຮ້ານຄ້າໄລ່ຕີເພື່ອນບ້ານ.
ໃນວັນທີ 8 ພະຈິກ 2022 ທີ່ຜ່ານມາ ສານຈຶ່ງໄດ້ຕັດສິນໃຫ້ ກາເນີ ມີຄວາມຜິດຈຳຄຸກ ເປັນເວລາ 30 ມື້ ປັບ 155 ໂດລາ ແລະ ຖືກຄຸມພຶດຕິກຳເປັນເວລາ 1 ປີ.
ຈາກເຫດການດັ່ງກ່າວໄດ້ເກີດຂຶ້ນໃນເດືອນ ພຶດສະພາ ປີ 2021 ທີ່ ມາເນກາ ກາເນີ ອາຍຸ 27 ປີ ຈາກລັດໂອໄຮໂອ ປະເທດອາເມຣິກາ ລາວໄດ້ນຳເອົາ ຊີ້ນເປັນທ່ອນ ໜັກປະມານ 10 ປອນ ຫຼື 4,5 ກິໂລກຼາມ ໄລ່ຕີເພື່ອນບ້ານ ທີ່ຊື່ວ່າ ພຣີຊຽດ ແຈັກສັນ (Precious Jackson).
ໂດຍກ່ອນໜ້ານີ້ ທາງ ກາເນີ ແລະ ແຈັດສັນ ມີຄວາມຂັດແຍ່ງກັນມາກ່ອນຈົນເຮັດໃຫ້ແຈັກສັນຕ້ອງຂໍຄຳສັ່ງຄຸ້ມຄອງຫ້າມ ກາເນີ ເຂົ້າໃກ້ຄອບຄົວຂອງລາວ.
ໃນຂະນະທີ່ ກາເນີກຳລັງຊື້ເຄື່ອງກັບລູກຊາຍ ອາຍຸ 5 ປີ ກໍໄດ້ພົບເຫັນພຣີຊຽດ ແລະ ລູກສາວ ອາຍຸ 7 ປີ ທີ່ຮ້ານ South Euclid ຫຼັງຈາກນັ້ນ ກາເນີກໍຍ່າງໄປປະເຊີນໜ້າກັບພຣີຊຽດ ແລ້ວດຶງຜ້າອັດປາກຂອງລາວອອກ ແລະ ພະຍາຍາມຖົ່ມນ້ຳລາຍໃສ່ໜ້າລາວ ກ່ອນທີ່ຈະທຸບຕີດ້ວຍ ຊີ້ນແທ່ງ ໜັກ 4,5 ກິໂລກຼາມ.
ຫຼັງຈາກນັ້ນ ເຈົ້າໜ້າທີ່ກໍໄດ້ຈັບກຸມກາເນີ ທີ່ລະເມີດຄຳສັ່ງສານ ທີ່ຜູ້ກ່ຽວນັ້ນຄິດວ່າຄຳສັ່ງສານ ວ່າຫ້າມເຂົ້າໃກ້ໄດ້ໝົດອາຍຸໄປແລ້ວ.