ສຳນັກຂ່າວໄທລາຍງານໃຫ້ຮູ້ວ່າ: ວັນທີ 14 ພະຈິກ 2022 ນີ້ ຜູ້ບັງຄັບການກອງປາບປາມ ພ້ອມເຈົ້າໜ້າທີ່ຕຳຫລວດຫລາຍໜ່ວຍງານ ກວ່າ 350 ຄົນ ກຳລັງເປີດປະຕິບັດການ ດັບມາເຟຍຄາສິໂນອອນລາຍ ກະຈາຍກຳລັງເຂົ້າກວດຄົ້ນພື້ນທີ່ເປົ້າໝາຍ 63 ຈຸດ ໃນພື້ນທີ່ 14 ຈັງຫວັດ ເປັນຕົ້ນແມ່ນ ຂອນແກ່ນ, ກຸງເທບ, ຊຽງໃໝ່,
ພິດສະນຸໂລກ… ເພື່ອກວາດລ້າງຈັບກຸມກຸ່ມເຄືອຂ່າຍເວັບພະນັນອອນລາຍ ລາຍໃຫຍ່ທົ່ວປະເທດ ພ້ອມກັບຍຶດຊັບສິນທີ່ໄດ້ຈາກການກະທຳຜິດ.
ປະຕິບັດການໃນຄັ້ງນີ້ສືບເນື່ອງມາຈາກ ເມື່ອວັນທີ 22 ກັນຍາ 2022 ຕຳຫລວດກອງປາບປາມ ໄດ້ເປີດປະຕິບັດການມ້າງເຄືອຂ່າຍການພະນັນອອນລາຍ FATFAST ຈັບກຸມຜູ້ຕ້ອງຫາ 30 ຄົນ ໃນ 10 ຈັງຫວັດທົ່ວປະເທດ ກວດຍຶດຊັບສິນໄດ້ 400 ລາຍການລວມມູນຄ່າ 460 ລ້ານບາດ ຫລື ປະມານ 221 ຕື້ກວ່າກີບ ຈຶ່ງຂະຫຍາຍຜົນຈົນຮູ້
ວ່າ: ຂະບວນການ FATFAST ເປັນພຽງ 1 ໃນເຄືອຂ່າຍການພະນັນອອນລາຍຂະໜາດໃຫຍ່ ທີ່ເຮັດໜ້າທີ່ເປັນກຸ່ມບໍລິຫານການເງິນໃຫ້ກັບກຸ່ມມາເຟຍຄາສິໂນອອນລາຍ.
ເບື້ອງຕົ້ນເຈົ້າໜ້າທີ່ໄດ້ຈັບກຸມກຸ່ມຜູ້ຕ້ອງຫາໄດ້ແລ້ວບາງສ່ວນ ແລະ ຍັງສາມາດກວາດຍຶດຊັບສິນທີ່ໄດ້ຈາກການກະທຳຜິດຂອງເຄືອຂ່າຍພະນັນອອນລາຍ ຂະນະນີ້ຢູ່ລະຫວ່າງການລວບລວມເພື່ອສະຫລຸບການປະຕິບັດການ, ເຈົ້າໜ້າທີ່ເຊື່ອວ່າສາມາດທຳລາຍເວັບດັ່ງກ່າວທີ່ມີຢູ່ໄດ້ຫລາຍເຖິງ 500 ເວັບໄຊ.