ພິທີມອບ-ຮັບເງິນນະໂຍບາຍອຸດໜູນເທື່ອດຽວໃຫ້ພະນັກງານປະຕິວັດທີ່ຍັງມີຊີວິດຢູ່ປະຈຳປີ 2022 ໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້ ທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ ) ແຂວງອຸດົມໄຊ ຊຶ່ງມີທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງ, ມີທ່ານ ສົມເພັດ ແສງດາລາ ຮອງຫົວໜ້າພະແນກ ຮສສ ແຂວງ, ພ້ອມດ້ວຍ
ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ການມອບເງິນນະໂຍບາຍອຸດໜູນເທື່ອດຽວໃຫ້ພະນັກງານປະຕິວັດຜູ້ທີ່ຍັງມີຊີວິດຢູ່ປະຈຳປີ 2022 ຂອງແຂວງອຸດົມໄຊ ຊຶ່ງໄດ້ຮັບໂຕເລກອະນຸມັດຈາກລັດຖະມົນຕີກະຊວງ ຮສສ ລວມທັງໝົດຈຳນວນ 10 ຄົນ ເປັນເງິນຈຳນວນ 190.769.100 ກີບ ຊຶ່ງບັນດາທ່ານເຫຼົ່ານີ້ແມ່ນໄດ້ປະກອບສ່ວນເຂົ້າໃນການ
ປະຕິວັດ ໃນຊຸມປີ 1955 ໄດ້ມີຜົນງານໃນການປະຕິວັດຜ່ານມາ, ສະນັ້ນພາກລັດຈຶ່ງໄດ້ຈັດພິທີມອບຢ່າງສົມກຽດ. ໃຫ້ກຽດມອບໂດຍແມ່ນທ່ານ ສົມຈິດ ປັນຍາສັກ ແລະ
ຕາງໜ້າຮັບໂດຍພະນັກງານປະຕິວັດອາວຸໂສບຳນານ. ພ້ອມດຽວກັນ ທ່ານ ສົມຈິດ ປັນຍາສັກ ຍັງໄດ້ເນັ້ນໃຫ້ພະນັກງານທີ່ໄດ້ຮັບເງິນໃນຄັ້ງນີ້ຈົ່ງນຳເອົາເງິນທີ່ໄດ້ຮັບໄປນຳໃຊ້ເຂົ້າໃນຊີວິດປະຈຳວັນໃຫ້ເກີດປະໂຫຍດສູງສຸດ ແລະ ໃຊ້ໃຫ້ຖືກເປົ້າໝາຍ.
ຂ່າວ-ພາບ: ແສງອາທິດ