ກົດໄລ້ກົດແຊຣ໌ ດວງລາຍວັນປະຈຳວັນທີ 15 ພະຈິກ 2022 ການງານ ການເງິນ ຄວາມຮັກ

0
179

ຄົນເກີດວັນອາທິດ:ການ​ງານທ່ານຈະ​ປະ​ສົບ​ຄວາມ​ສຳ​ເລັດໃນດ້ານການງານ ການ​ເງິນເຮັດ​ເລື່ອງ​ທີ່ຈະຕ້ອງໃຊ້ເງິນຈໍານວນຫຼາຍໃນຊ່ວງນີ້ ຄວາມ​ຮັກເກີດ​ບັນຫາ​ດ້ານ​ຄວາມ​ສຳພັນ​ຄວາມ​ຮັກເພາະຢູ່ໃນຊ່ວງມີບັນຫາກັນ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນ​ສີນໍ້າຕານ ເລກ​ນຳ​ໂຊກ​9

ຄົນເກີດວັນຈັນ:ການ​ງານການເດີນທາງ​ຕິດ​ຕໍ່​ທຸລະກິດ​ປະ​ສົບ​ຄວາມ​ສຳ​ເລັດຕ້ອງລະວັງເລື່ອງຂອງສັນຍາ ການ​ເງິ​ິນມີ​ໂອ​ກາດ​ໄດ້​ເງິນ​ກ້ອນ​ໃຫຍ່ເຂົ້າມາໃຫ້ໃຊ້ຈ່າຍ ​ຄວາມ​ຮັກມີ​ໂອ​ກາດ​ໄດ້​ພົບ​ຄົນ​ຜິວ​ສອງ​ສີ​ມີ​ເກນ​ອາ​ຍຸ​ຫລາຍກວ່າທ່ານ ເຄື່ອງມຸງຄຸນ​ຄໍາ ສີມຸງຄຸນສີສົ້ມ ເລກ​ນຳ​ໂຊກ​4

ຄົນເກີດວັນອັງຄານ:ການ​ງານເລີ່ມ​ຕົ້ນ​ທຸລະກິດ​ໃໝ່​ທາງ​ການ​ຄ້າ​ດ້ານ​ອາຫານ​ເກີດ​ຜົນ​ດີີ ການ​ເງິນໄດ້​ເງິນ​ເຂົ້າ​ມາ​ເປັນ​ຈຳນວນ​ຫລາຍ​ຈາກ​ຜູ້​ອຸປະຖຳ ຄວາມ​ຮັກຊີວິດ​ຮັກ​ລົງ​ຕົວ ​ແລະ ​ມີ​ຄວາມ​ສຸກ​ດີໃນຊ່ວງນີ້ ເຄື່ອງມຸງຄຸນ​ເງິນ ສີມຸງຄຸນສີບົວ ເລກ​ນຳ​ໂຊກ​2

ຄົນເກີດວັນພຸດ:ການ​ງານການ​ເຈລະ​ຈາ​ຕິດ​ຕໍ່​ກັບ​ຜູ້ໃຫຍ່​ສ້າງ​ຜົນ​ສຳ​ເລັດ​ທີ່​ດີ ການ​ເງິນມື້​ນີ້​ໂຊ​ກດີ​ຈະ​ໄດ້ຮັບ​ເງິນ​ກ້ອນ​ໃຫຍ່ ຄວາມ​ຮັກມີ​ຄົນ​ເຂົ້າ​ມາ​ຈີບ​ໃນ​ຊ່ວງ​ນີ້​ແຕ່ທ່ານ​ກໍ​ຍັງ​ໃຫ້​ສ​ະຖາ​ນະ​ທ່ານ​ເປັນ​ແຕ່​ໝູ່ເພື່ອນ​ກັນ ເຄື່ອງມຸງຄຸນ​​ຫີນນໍາໂຊກສີແດງ ສີມຸງຄຸນສີບົວ ເລກ​ນຳ​ໂຊກ​1

ຄົນເກີດວັນພະຫັດ:ການ​ງານສາມາດ​ສ້າງ​ຜົນ​ງານ​ໄດ້​ໂດດ​ເດັ່ນຫຼາຍໃນຊ່ວງນີ້ ການ​ເງິນສາມາດ​ຫາ​ເງິນ​ໄດ້​ຫລາຍ​ເພີ່ມ​ຂຶ້ນຄວນເກັບເງິນໃຫ້ຫຼາຍໆ ຄວາມ​ຮັກສຸກ​ສົມ​ຫວັງ​ໃນ​ເລື່ອງ​ຮັກເພາະຢູ່ໃນຊ່ວງທີ່ໃຜໆກໍຫຼົງຮັກ ເຄື່ອງມຸງຄຸນ​ແຫວນຄໍາ ສີມຸງຄຸນສີມ່ວງ ເລກ​ນຳ​ໂຊກ​4

ຄົນເກີດວັນສຸກ:ການ​ງານການ​ຄ້າ​ອອນ​ໄລ​ນ​໌​ໄດ້ຮັບ​ຜົນ​ກຳ​ໄລດີ ແຕ່ຕອງລະວັງເລື່ອງຂອງລາຍຈ່າຍ ການ​ເງິນມື້​ນີ້​ໂຊກດີ​ຈະ​ໄດ້​ເງິນເຂົ້າມາແບບບໍ່ທັນຕັ້ງໂຕ ຄວາມ​ຮັກຈະ​ພົບ​ສະຖານນະການບໍ່ຊັດເຈນໃນດ້ານຄວາມຮັກ ເຄື່ອງມຸງຄຸນເພັດສີແດງ ສີມຸງຄຸນສີຂາວ ເລກ​ນຳ​ໂຊກ​2

ຄົນເກີດວັນເສົາ:ການ​ງານ​ເຮັດ​ທຸນ​ກິດຈະການ​ຄ້າ​ອາຫານ ການ​ຄ້າ​ເຄື່ອງ​ປະ​ດັບ ໄດ້​ຜົນ​ກຳ​ໄລ​ດີ ການ​ເງິນພົບ​ເລື່ອງ​ເສຍ​ເງິນ​ແບບ​ບໍ່​ຄາດ​ຝັນໃນຊ່ວງນີ້ ຄວາມ​ຮັກໄດ້​ພົບ​ຄົົນທີ່​ມີ​ອຸດົມ​ກາ​ນ​ເປັນ​ຄົົນທີ່​ມີສະເໜ່ເຂົ້າມາໃຫ້ຮູ້ຈັກສໍາລັບຄົນໂສດ ເຄື່ອງມຸງຄຸນ​ຕ່າງຫູຄໍາ ສີມຸງຄຸນສີບົວ ເລກ​ນຳ​ໂຊກ​2

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.