ບົດສະຫຼຸບ ສະຖິຕິອຸບັດຕິເຫດ ທົ່ວປະເທດ ປະຈໍາເດືອນ ຕຸລາ 2022 ຂອງກົມໃຫຍ່ຕໍາຫຼວດ ກົມຕໍາຫຼວດຈາລະຈອນ ຊີ້ໃຫ້ຮູ້ວ່າ ໃນເດືອນດຽວ ມີຜູ້ເສຍຊີວິດ ທົ່ວປະເທດ 71 ຄົນ ເພີ່ມຂຶ້ນ 9 ຄົນ ທຽບໃສ່ເດືອນ ກັນຍາ 2022.ສາເຫດ ຂອງການເກີດ ອຸບປະຕິເຫດ ຫຼາຍທີ່ສຸດ ແມ່ນໃຊ້ຄວາມໄວເກີນ, ຮອງລົງມາ ແມ່ນດື່ມສິ່ງມຶນເມົາ.
ອຸບັດຕິເຫດຫຼາຍກ່ວາໝູ່ ແມ່ນຢູ່ໃນໄລຍະ 17:00-24:00. ວັນເກີດອຸບປະຕິເຫດ ຫຼາຍກ່ອນໝູ່ ແມ່ນວັນທິດ, ວັນເສົາ ແລະ ວັນສຸກ ຕາມລໍາດັບ. ອາຊີບ ຂອງຜູ້ຂັບຂີ່ ທີ່ເກີດອຸບັດຕິເຫດ ຫຼາຍກ່ວາໝູ່ ແມ່ນ ນັກຂັບລົດ, ນັກຮຽນ ແລະ ກໍາມະກອນ ຕາມລໍາດັບ. ກຸ່ມອາຍຸ ທີ່ມັກເກີດອຸບັດຕິເຫດແມ່ນ 16-30 ປີ. ແຂວງທີ່ເກີດ ອຸບັດຕິເຫດຫຼາຍກ່ວາໝູ່ ແລະ ເສຍຊີວິດຫຼາຍກ່ວາໝູ່ ແມ່ນນະຄອນຫຼວງວຽງຈັນ.