ຜູ້ຊ່ຽວຊານດ້ານສຸຂະພາບເນັ້ນຢໍ້າເຖິງຜົນກະທົບທີ່ບໍ່ຄຸ້ມຄ່າຈາກການບໍລິໂພກຊີ້ນສັດປ່າ

0
118

ເຊັ່ນດຽວກັນກັບຫຼາຍປະເທດໃນຂົງເຂດອາຊີຕາເວັນອອກສຽງໃຕ້, ປະຊາຊົນໃນປະເທດຫວຽດນາມ, ກໍາປູເຈຍ ແລະ ລາວ ສ່ວນໃຫຍ່ແມ່ນເພິ່ງພາອາໄສຊັບພະຍາກອນທໍາມະຊາດເພື່ອການດໍາລົງຊີວິດ ແລະ ມີຄວາມຕິດພັນຢ່າງເລິກເຊິ່ງກັບປ່າໄມ້ ໂດຍສະເພາະໃນເຂດຊົນນະບົດ ແລະ ຫ່າງໄກສອກຫຼີກ.

ການລ່າສັດປ່າເພື່ອເປັນອາຫານ ແລະ ຄ້າຂາຍແມ່ນສ່ວນໜຶ່ງຂອງການດຳລົງຊີວິດຂອງພວກເຂົາ, ເຊິ່ງມັນຍາກທີ່ຈະປ່ຽນແປງ. ເນື່ອງຈາກຄວາມສາມາດໃນການເຂົ້າເຖິງແຫຼ່ງຂໍ້ມູນທີ່ເຊື່ອຖືໄດ້ ແລະ ຄວາມຮູ້ພື້ນຖານດ້ານສຸຂະພາບຍັງຂ້ອນຂ້າງຈຳກັດສຳລັບຜູ້ທີ່ອາໄສຢູ່ຊົນນະບົດ ແລະ ຫ່າງໄກສອກຫຼີກ ແລະ ການພຶດຕິກຳທີ່ກໍ່ໃຫ້ເກີດຄວາມສ່ຽງ

ເປັນຕົ້ນແມ່ນການລ່າສັດປ່ານີ້ ສົ່ງຜົນກະທົບຢ່າງໜັກໜ່ວງ ທີ່ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຂົາ, ຄອບຄົວ ແລະ ຊຸມຊົນຂອງພວກເຂົາເອງ.ຈາກກິດຈະວັດປະຈໍາວັນ ຈົນກ້າວໄປເຖິງ ການຮຸກຮານສັດປ່າ.

ມາຮອດປັດຈຸບັນ, ການບໍລິໂພກສັດປ່າບໍ່ພຽງແຕ່ເພື່ອຄວາມຢູ່ລອດເທົ່ານັ້ນ, ແຕ່ຍັງຖືວ່າເປັນວິທີສະແດງ ເຖິງສະຖານະພາບທາງສັງຄົມໃນບັນດານັກທຸລະກິດ ແລະ ຄົນຮັ່ງມີ. ເຖິງຢ່າງໃດກໍ່ຕາມ, ພວກເຂົາເຈົ້າສ່ວນຫຼາຍ ຍັງບໍ່ຮັບຮູ້ເຖິງຜົນກະທົບດ້ານສຸຂະພາບອັນໃຫຍ່ ຫຼວງຈາກການບໍລິໂພກຊີ້ນສັດປ່າ ແລະ ເຊື້ອໄວຣັສຈໍານວນຫຼາຍ ທີ່ປະປົນຢູ່ກັບຊີ້ນສັດປ່າທີ່ສາມາດ ຕິດຕໍ່ສູ່ມະນຸດໄດ້.

ຕາມການຄາດຄະເນ, ປະມານ 60% ຂອງພະຍາດຕິດເຊື້ອ ຈາກທົ່ວໂລກແມ່ນມີຕົ້ນກຳ ເນີດມາຈາກສັດ. ທົ່ວໂລກມີການຄົ້ນພົບເຊື້ອພະຍາດໃໝ່ ທີ່ຕິດສູ່ມະນຸດໄດ້ຫຼາຍກວ່າ 30 ຊະນິດໃນໄລຍະ 3 ທົດສະວັດທີ່ຜ່ານມາ, ເຊິ່ງ 75% ໃນນັ້ນມີຕົ້ນກໍາເນີດມາຈາກສັດ.

ດຣ. ວັດທະນາ ເທບປັນຍາ, ຮອງຜູ້ອໍານວຍການສູນຄົ້ນຄວ້າພະຍາດສັດ, ກົມສັດລ້ຽງ ແລະ ການປະມົງ ໄດ້ສະແດງຄວາມເປັນຫ່ວງກ່ຽວກັບພຶດຕິກໍາທີ່ກໍ່ໃຫ້ເກີດຄວາມສ່ຽງຂອງມະນຸດ ທີ່ມາພ້ອມກັບຜົນສະທ້ອນທີ່ພວກເຮົາບໍ່ສາມາດຄາດເດົາໄດ້. “ດ້ານໜຶ່ງ ການບໍລິໂພກຊີ້ນສັດປ່າ ຍັງເປັນສິ່ງທີ່ແຜ່ຫຼາຍໃນປະເທດລາວ ເນື່ອງຈາກການດໍາລົງ

ຊີວິດຂອງປະຊາຊົນໃນທ້ອງຖິ່ນ ສ່ວນໃຫຍ່ແມ່ນອີງໃສ່ທໍາມະຊາດເປັນຫຼັກ. ໃນທາງກົງກັນຂ້າມ, ມີກຸ່ມຄົນທີ່ເຊື່ອວ່າການບໍລິໂພກຊີ້ນສັດປ່າ ໃຫ້ຜົນປະໂຫຍດຕໍ່ສຸຂະພາບ ເຖິງຈະບໍ່ສາມາດພິສູດໄດ້ກໍຕາມ, ເຊິ່ງເປັນເຫດຜົນທີ່ຄົນເຮົາຍັງສືບຕໍ່ບໍລິໂພກຊີ້ນສັດປ່າ ເຖິງແມ່ນວ່າມັນຈະມີລາຄາແພງກໍຕາມ. ໃນຂະນະດຽວກັນ, ຍັງບໍ່ມີບົດຄົ້ນຄວ້າ ຫຼື

ຫລັກຖານທາງວິທະຍາສາດ ຈາກຜູ້ຊ່ຽວຊານດ້ານສຸຂະພາບ ຫຼື ເຈົ້າໜ້າທີ່ທາງການທີ່ຈະພິສູດຄວາມເຊື່ອເຫຼົ່ານີ້ເທື່ອ. ກົງກັນຂ້າມ, ການບໍລິໂພກຊີ້ນປ່າກໍ່ໃຫ້ເກີດ ຄວາມສ່ຽງສູງຕໍ່ການຕິດເຊື້ອພະຍາດເຂົ້າສູ່ຮ່າງກາຍຂອງພວກເຮົາ, ລວມທັງສຸຂະພາບຂອງຄົນທີ່ເຮົາ ຮັກ, ຕົວຢ່າງ ພະຍາດເອດສ໌, H5N1, SARs ຫຼື ແມ່ນແຕ່ພະຍາດ Covid-19, ເຊິ່ງມີມູນເຫດມາ ຈາກການຄ້າຂາຍ ແລະ ການບໍລິໂພກຊີ້ນສັດປ່າ.”

ດຣ. ວັດທະນາ ເທບປັນຍາ, ຮອງຜູ້ອໍານວຍການສູນຄົ້ນຄວ້າພະຍາດສັດ, ກົມສັດລ້ຽງ ແລະ ການປະມົງ ການລ່າສັດ ບໍ່ພຽງແຕ່ສ້າງຄວາມເສຍຫາຍຕໍ່ທີ່ຢູ່ອາໄສ ແລະ ລະບົບນິເວດຂອງສັດ ປ່າເທົ່ານັ້ນ, ມັນຍັງເຮັດໃຫ້ພວກມັນໃກ້ຈະສູນພັນອີກດ້ວຍ. ນອກຈາກນີ້, ສ່ວນໃຫຍ່ແລ້ວ, ວິທີການທີ່ມະນຸດກະກຽມ ແລະ ປຸງແຕ່ງຊີ້ນສັດປ່າກໍບໍ່

ເປັນໄປມາດຕະຖານຄວາມ ປອດໄພດ້ານອາ ຫານ ແລະ ຫຼັກສຸຂະອະນາໄມ. ການປຸງແຕ່ງອາຫານແບບບໍ່ຖືກສຸຂະອະນາໄມນີ້ ຍັງເຮັດໃຫ້ ໄວຣັສທີ່ມີຢູ່ໃນຊີ້ນສັດປ່າສາມາດຢູ່ລອດ ແລະ ຈະເລີນເຕີບໂຕຂຶ້ນ. “ອີງຕາມການບັນທຶກຂອງອົງການອະນາໄມໂລກ (WHO), ຕັ້ງແຕ່ເດືອນພະຈິກ ປີ 2002 ຫາ ເດືອນກໍລະກົດ ປີ 2003 ມີຜູ້ປ່ວຍ

ປະມານ 8.098 ຄົນໃນທົ່ວໂລກ ມີອາການພະຍາດທາງເດີນ ຫາຍໃຈ ທີ່ຮຸນແຮງກະທັນຫັນ ຫຼື SARS ເຊິ່ງມາພ້ອມກັບອາການປອດອັກເສບຮ້າຍແຮງ ແລະ ພາຍໃນຈໍານວນນີ້ ມີຜູ້ເສຍຊີວິດເຖິງ 774 ຄົນ. ພະຍາດຮ້າຍແຮງນີ້ໄດ້ຖືກພິສູດວ່າເກີດມາຈາກການຄ້າຂາຍສັດປ່າ. ອີກຕົວຢ່າງໜຶ່ງທີ່ພວກເຮົາທຸກຄົນຮູ້ດີແມ່ນການລະບາດຂອງ

ພະຍາດ Covid-19 ໃນທົ່ວໂລກ, ເຊິ່ງອາການຂອງມັນປະກອບມີ: ອາການໄອ, ຈາມ, ບໍ່ສາມາດຮັບຮູ້ກິ່ນ ແລະ ລົດຊາດໄດ້, ຫາຍໃຈຍາກ ຫຼື ອາດເຖິງຂັ້ນເສຍຊີວິດໄດ້. ທັງໝົດນີ້ລ້ວນແລ້ວແຕ່ເກີດມາຈາກການກະທໍາຂອງມະນຸດທີ່ບຸກລຸກແຫຼ່ງທີ່ຢູ່ອາໄສ ຕາມທຳມະຊາດ ຂອງສັດປ່າ ແລະ ລະບົບນິເວດຂອງພວກມັນ.” ດ.ຣ ວັດທະນາ ເທບປັນຍາ ກ່າວ.

ເມື່ອຍ້ອນເຖິງວິກິດການ 2 ປີຜ່ານມາ, ການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງ ໃຫຍ່ຫຼວງ ຕໍ່ຫຼາຍພາກສ່ວນໃນສັງຄົມ, ໂດຍສະເພາະແມ່ນພະນັກງານສາທາລະນະສຸກເຊັ່ນ: ທ່ານໝໍ, ພະຍາບານ, ແລະ ເຈົ້າໜ້າທີ່ສາທາລະນະສຸກທີ່ກ່ຽວຂ້ອງ ທີ່ມີຄວາມຮັບຜິດຊອບ ຢ່າງໜັກແໜ້ນ ໃນການດູແລຄົນເຈັບ. ເຊິ່ງຖ້າພວກເຮົາປ່ອຍໃຫ້ສັດປ່າຢູ່ໃນທໍາມະຊາດ, ພະຍາດລະບາດເຫຼົ່າ ນີ້ກໍອາດຈະບໍ່ເກີດຂຶ້ນ. “

ໃນຖານະເປັນຜູ້ຊ່ຽວຊານດ້ານສຸຂະພາບຄົນໜຶ່ງທີ່ເບິ່ງແຍງສຸຂະພາບ ແລະ ສຸຂະອະນາ ໄມຂອງປະຊາຊົນຢູ່ສະເໝີ, ຂ້າພະເຈົ້າຢາກຮຽກຮ້ອງໃຫ້ທຸກ ຄົນຮັບຮູ້ເຖິງ ຄວາມສຳຄັນ ຂອງການດູແລສຸຂະພາບ, ຢຸດການບໍລິໂພກຊີ້ນສັດປ່າ ທີ່ຜິດກົດໝາຍ ແລະ ຍັງເຮັດໃຫ້ເກີດ ຜົນເສຍຕໍ່ສຸຂະພາບຂອງຕົນເອງ, ຄອບຄົວ, ຊຸມຊົນຂອງທ່ານ ແລະ

ຄົນທີ່ທ່ານຮັກ, ເບິ່ງແຍງຕົນເອງ, ອອກກຳລັງກາຍເປັນປະຈຳ ເພື່ອສຸຂະພາບ ແລະ ອະນາຄົດທີ່ດີຂອງທ່ານ ແລະ ຄົນທີ່ທ່ານຮັກ. ສຸດທ້າຍນີ້, ຂ້າພະເຈົ້າຂໍຂອບໃຈ WWF ທີ່ມີຕັ້ງໃຈສຸມໃສ່ຕ້ານການບໍລິໂພກຊີ້ນສັດປ່າ ແລະ ໃຫ້ກຽດຂ້າພະເຈົ້າເຂົ້າຮ່ວມເປັນສ່ວນໜຶ່ງຂອງການລົນນະລົງທີ່ມີຄວາມໝາຍ ແລະ ຄວາມສຳຄັນນີ້.” ດ.ຣ ວັດທະນາ ໄຊປັນຍາ ກ່າວ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.