ເຕືອນໄພ ໂຈນມາໃນຮູບແບບໃໝ່ ໃຫ້ພາກັນລະວັງ ມີສະຕິໃນການໂອນເງິນເຂົ້າ-ອອກທຸກຄັ້ງ

0
330

ເຕືອນໄພ ໂຈນມາໃນຮູບແບບໃໝ່ ໃຫ້ພາກັນລະວັງພໍ່ຄ້າ ແມ່ຄ້າ ອອນລາຍທັງຫລາຍລະວັງໄວ້ເດີ້ທຸກຄົນ ດຽວນີ້ມິດສາຊີບ ມັນມາທຸກຮູບທຸກແບບ ຕົວຢ່າງກໍລະນີຂອງຂ້າພະເຈົ້າ ພົບມາເອງກັບໂຕ

ຫລັງຈາກນັ້ນກໍ່ຈະໂອນເງິນມາ ແລ້ວກໍ່ແຄັບຈໍມາວ່າໂອນແລ້ວ ແຕ່ໂອນເກີນຈຳນວນ ແລ້ວບອກໃຫ້ເຮົາໂອນເງິນຄືນເພິ່ນ (ມີການໄລ່ໃຫ້ພ້ອມວ່າຕ້ອງຄືນເທົ່າໃດ)

ທຳອິດກໍ່ເຫັນແຈ້ງເຕືອນເງິນເຂົ້າ ກໍ່ຄິດວ່າລູກຄ້າໂອນເກີນແທ້ ແລະ ກໍາລັງຊິໂອນເງິນໃຫ້ຄືນ ແຕ່ຄາດຈະບໍ່ເສຍເງິນ ຢູ່ດີໆກໍ່ຄິດໃນໃຈວ່າກົດເຂົ້າກວດເບິ່ງລາຍການໂອນເຂົ້າ-ໂອນອອກກ່ອນ

ພໍແຕ່ກົດເຂົ້າໄປແລ້ວບໍ່ເຫັນເງິນຕາມຈຳນວນ ເຫັນແຕ່ເງິນເຂົ້າ 5ກີບ ສ່ວນ 550.000ກີບ ທີ່ມັນແຄັບມາແມ່ນບໍ່ເຫັນ ກໍ່ເລີຍຮູ້ໂຕເລີຍວ່າຖືກຕົວະ ຖືກມິດສາຊີບສ້າງສະ

ລີບໂອນເງິນປອມຂຶ້ນມາແລ້ວຫລັງຈາກທີ່ຂ້ອຍຮູ້ແລ້ວວ່າຖືກຕົວະຂ້ອຍກໍ່ບໍ່ໂອນໃຫ້ມັນ ແຕ່ມັນກາສົ່ງມານຳເຮົາ ມາຈີ້ເຮົາ (ເຮັດຄືເຮົາຕິດຫນີ້ ມັນນິ ຫ່າຕຳມືງເອີຍ)

ແລະຫລັງມັນຮູ້ວ່າຂ້ອຍຮູ້ແລ້ວ ມັນກໍ່ບຣ໋ອກຂ້ອຍເລີຍ (ຂອບໃຈເງິນຟຣີ 5ກີບ)ຢາກເຕືອນທຸກຄົນເດີ້ ໃຫ້ເບິ່ງດີໆ ມີສະຕິໃນການໂອນເງິນເຂົ້າ-ອອກທຸກຄັ້ງ ເພາະຫລັງຈາກທີ່ມັນບຣ໋ອກຂ້ອຍແລ້ວ ແຕ່ຂ້ອຍຍັງເຫັນການໂອນເງິນເຂົ້າໃນບັນຊີຢູ່ ຊ່ວງກາງຄືນຈົນຮອດຕອນໃກ້ຊິແຈ້ງ ຈຳນວນ 5 ເທື່ອລະ 1ກີບ ເລີຍຮູ້ວ່າມັນຫນ້າຈະໄປຕົວະຮ້ານອື່ນຄື

ກັນ ແລະ ບໍ່ຮູ້ວ່າມັນໄປເລາະຕົວະຮ້ານໃດມາແນ່ ບໍ່ຮູ້ວ່າມີໃຜຕົກເປັນເຫຍື່ອມັນແລ້ວແນ່ ຈິ່ງໂພສເລື່ອງນີ້ໄວ້ໃຫ້ເປັນອຸຫອນ ໄວ້ໃຫ້ຫລາຍໆຄົນໄດ້ເບິ່ງນຳກັນ ຊື່ບັນຊີຂໍ້ມູນຕ່າງໆ

ຢູ່ໃນຮູບສາມາດເບິ່ງໄດ້ຫມາຍເຫດ ຮູບໂປຣຟາຍໃນວ໋ອດແອັບ ບໍ່ແນ່ໃຈວ່າແມ່ນຮູບມັນບໍ່ຫລືມັນໄປເອົາຮູບຄົນອື່ນມາໃສ່ ຮູບສຸດທ້າຍແມ່ນບັນຊີທີ່ມັນໃຫ້ໂອນເງິນຄືນ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.