ເຈົ້າໜ້າທີ່ພາສີພະແນກ ພສປ ກວດກາ-ດຳເນີນມາດຕະການ ຕໍ່ຜູ້ກະທຳຜິດເຄື່ອນຍ້າຍນໍ້າມັນເຊື້ອໄຟບໍ່ຖືກຕ້ອງ

0
462

ເຈົ້າໜ້າທີ່ພາສີພະແນກ ພສປ ກວດກາ-ດຳເນີນມາດຕະການ ຕໍ່ຜູ້ກະທຳຜິດເຄື່ອນຍ້າຍນໍ້າມັນເຊື້ອໄຟບໍ່ຖືກຕ້ອງ

ໃນເວລາ 23:00 ໂມງຂອງວັນທີ 15 ພະຈິກ 2022 ນີ້, ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພະແນກ ພສປ) ປະຈຳຈຸດ

ປະສານງານດານຊີ ເມືອງນາຊາຍທອງ ແລະ ຈຸດປະສານງານ ບ້ານໃໝ່ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ສົມທົບກັບຂະແໜງກວດກາ ແລະ ສືບສວນ-ສອບສວນ ຂອງພະແນກ ພສປ ກົມພາສີ ກະຊວງການເງິນ.

ໂດຍໄດ້ຮັບຂ່າວຈາກພົນລະເມືອງດີວ່າ: ຈະມີການລັກລອບສິນຄ້າໜີພາສີຕາມເສັ້ນທາງ 13 ເໜືອ, ຈຶ່ງໄດ້ອອກຕິດຕາມ, ກວດກາປະເພດລົດສິນຄ້ານໍ້າມັນເຊື້ອໄຟຈຳນວນ 02 ຄັນ.

ຜ່ານການກວດກາຕົວຈິງເຫັນວ່າ: ເປັນປະເພດສິນຄ້ານ້ຳມັນເຊື້ອໄຟເຄື່ອນຍ້າຍບໍ່ຖືກຕ້ອງ (ປະເພດນໍ້າມັນ ກາຊວນ ຈໍານວນ 3.000 ລິດ ແລະ ນໍ້າມັນແອັດຊັງ ຈໍານວນ 4.000 ລິດ, ຊຶ່ງໄດ້ດຳເນີນຂັ້ນຕອນສືບສວນ-ສອບສວນ ແລະ ອາຍັດພາຫະນະດັ່ງກ່າວ, ເພື່ອດຳເນີນການແກ້ໄຂຄະດີຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການ.
ພາບ-ທີ່ມາ: ກະຊວງການເງິນ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.