ວັນທີ 11 ພະຈິກ 2022, ເຈົ້າໜ້າທີ່ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງຜົ້ງສາລີ ໄດ້ນຳກຸ່ມໄວໜຸ່ມທີ່ດັດແປງສະພາບເຕັກນິກລົດມາສຶກສາອົບຮົມ, ໂດຍມີ ທ່ານ ຮທ ຈອມສີ ພົມມະລີ ຫົວໜ້າໝວດຕີພິເສດ ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງຜົ້ງສາລີ ພ້ອມດ້ວຍວິຊາການ ແລະ ພໍ່ແມ່ຜູ້ປົກຄອງເຂົ້າຮ່ວມ.
ທ່ານ ຫົວໜ້າໝວດຕີພິເສດ ໃຫ້ຮູ້ວ່າ: ຜ່ານການລົງເຄື່ອນໄຫວລາດຕະເວນໃນວັນດັ່ງກ່າວພົບເຫັນກຸ່ມໄວໜຸ່ມຂັບຂີ່ລົດທີ່ດັດແປງສະພາບເຕັກນິກຈຳນວນ 6 ຄັນ, ຈຶ່ງໄດ້
ນຳເອົາລົດຈຳນວນດັ່ງກ່າວມາຮັກສາໄວ້ທີ່ກອງພັນເຄື່ອນທີ່ ປກສ ແຂວງ ແລະ ມາຮອດວັນທີ 15 ພະຈິກ 2022 ຈຶ່ງໄດ້ນຳເອົາໄວໜຸ່ມ 6 ຄົນ ທີ່ເປັນເຈົ້າຂອງລົດດັ່ງກ່າວມາ
ສຶກສາອົບຮົມ, ເພື່ອກ່າວເຕືອນໃຫ້ເຂົາເຈົ້າໄດ້ຮັບຮູ້ ແລະ ເຂົ້າໃຈລະບຽບກົດໝາຍ ກ່ຽວກັບການດັດແປງສະພາບເຕັກນິກລົດ. ພ້ອມທັງຮຽກຮ້ອງໃຫ້ພໍ່ແມ່ຜູ້ປົກຄອງຊ່ວຍ
ເປັນຫູ, ເປັນຕາ, ສຶກສາອົບຮົມລູກຫລານຂອງຕົນໃຫ້ກາຍເປັນພົນລະເມືອງດີ ແລະ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບພາຍໃນບ້ານຂອງຕົນ, ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍດີ.