ໄລຍະປີ 2021-2022 ສາມາດມ້າງຄະດີຢ າ ເ ສ ບ ຕິ ດໄດ້ 1.202 ເລື່ອງ ຢຶດຢ າ ບ ້ າໄດ້ 2,8 ໂຕນ

0
75

ຂ່າວໜັງສືພິມຄວາມສະຫງົບ ລາຍງານວັນທີ 16 ພະຈິກ 2022 ນີ້ໃຫ້ຮູ້ວ່າ: ກໍາລັງປ້ອງກັນຄວາມສະຫງົບ ໄດ້ເປັນຫົວຈັກຫຼັກແຫຼ່ງໃນການນໍາພາ, ສຸມໃສ່ກໍາແໜ້ນສະພາບການ, ເລ່ລ່ຽມການເຄື່ອນໄຫວ, ກໍາເປົ້າໝາຍ, ກຸ່ມແກ້ງການຜະລິດ-ຂົນສົ່ງ, ຄ້າ-ຂາຍຢາເສບຕິດ ເພື່ອຫາວິທີການສະກັດກັ້ນ ແລະ ແກ້ໄຂຢ່າງທັນການ;

ສະແດງອອກໃນຕະຫຼອດໄລຍະ 1 ປີ (2021-2022) ຜ່ານມາ ສາມາດມ້າງຄະດີຢາເສບຕິດໄດ້ທັງໝົດ 1.202 ເລື່ອງ, ກັກຜູ້ຖືກຫາ 1.964 ຄົນ ຍິງ 226 ຄົນ; ຢຶດ

ຂອງກາງຢາເສບຕິດ ປະເພດຢາບ້າ 2,8 ໂຕນ, ເຮໂລອິນ 78,92 ກິໂລກຣາມ, ຢາເຄຕາມິນ 8,53 ກິໂລກຣາມ, ຢາໄອສ໌ 40,54 ກິໂລກຣາມ, ແປ້ງປະສົມຢາບ້າ 40 ເປົາ ເທົ່າກັບ 1.997 ກິໂລກຣາມ ແລະ ປະເພດຢາເສບຕິດຊະນິດອື່ນໆຈຳນວນໜຶ່ງ.

ປັດຈຸບັນນີ້, ພວກຄ້າຂາຍຢາເສບຕິດ ມີຈໍານວນບໍ່ໜ້ອຍໃຊ້ເລ່ລ່ຽມກຸນອຸບາຍເພື່ອປິດບັງການກະທຳຜິດ ແລະ ເພື່ອຫຼົບຫຼີກການກວດກາຂອງເຈົ້າໜ້າທີ່ ເຊັ່ນ: ມີການຊຸກເຊື່ອງຢາເສບຕິດໃນເວລາຂົນສົ່ງສິນຄ້າ, ເຄື່ອນຍ້າຍຢາເສບຕິດແບບແນບນຽນ, ມີການດັດແປງສະພາບຍານພາຫະນະຂົນສົ່ງ ເພື່ອຊຸກເຊື່ອງຢາເສບຕິດໄວ້ ແລະ ລົບຫຼີກ

ສາຍຕາຂອງເຈົ້າໜ້າທີ່; ອີກດ້ານໜຶ່ງພວກເຂົາຍັງສວຍໃຊ້ຊ່ອງວ່າງທາງດ້ານກົດໝາຍເປັນບ່ອນອີງໃນການເຄື່ອນໄຫວເຊັ່ນ: ໃຊ້ເດັກນ້ອຍທີ່ມີອາຍຸບໍ່ເຖິງກະສຽນ ຫຼື ຜູ້ຍິງຖືພາ ໃນການຂົນສົ່ງຢາເສບຕິດໃຫ້ກັບພວກເຂົາ ແລະອື່ນໆ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.