ໄທບຸກຈັບຜູ້ຈັດການເວັບພະນັນອອນລາຍ ເຄືອຂ່າຍໃຫຍ່ມີຖານຢູ່ປະເທດເພື່ອນບ້ານ

0
70

ສຳນັກຂ່າວໄທລາຍງານໃຫ້ຮູ້ວ່າ: ວັນທີ 16 ພະຈິກ 2022 ນີ້ ເຈົ້າໜ້າທີ່ໄທ ບຸກຈັບກຸມຜູ້ລັກລອບເປີດເວັບພະນັນອອນລາຍ ທີ່ ຕຳບົນ ທ່າຊ້າງ ອຳເພີ ເມືອງ ຈັງຫວັດ ຈັນທະບູລີ ໂດຍຄຸມຕົວຜູ້ກະທຳຜິດໄດ້ 5 ຄົນ ພ້ອມຂອງກາງເປັນ ຊີພີຢູ 6 ເຄື່ອງ, ໜ້າຈໍຄອມພິວເຕີຕັ້ງໂຕະ 10 ຈໍ, ອຸປະກອນສຳຫລັບປ່ອຍສັນຍານວາຍຟາຍອິນເຕີເນັດ, ຊິມໂທລະສັບອີກຈຳນວນຫລາຍ.

ພົນຕຳຫລວດຕີ ທີຣະໄຊ ເຜີຍວ່າ: ຕຳຫລວດໄດ້ຮັບແຈ້ງເຫດວ່າມີກຸ່ມໄວໜຸ່ມມາເຊົ່າເຮືອນຫລັງດັ່ງກ່າວ ເພື່ອລັກລອບເປີດໃຫ້ຫລິ້ນການພະນັນອອນລາຍທຸກຊະນິດ ເມື່ອເຈົ້າໜ້າທີ່ລົງໄປກວດສອບ ພົບວ່າໃນຊ່ວງກາງເດິກມີກຸ່ມຄົນເຂົ້າອອກຫລາຍຜິດປົກກະຕິ ຈາກນັ້ນຈຶ່ງລວບລວມຫລັກຖານ ແລະ ຂໍໝາຍຄົ້ນເຮືອນຫລັງດັ່ງກ່າວ ພົບວ່າມີກຸ່ມ

ຜູ້ຈັດການເວັບພະນັນອອນລາຍ ຈຳນວນ 5 ຄົນ ທີ່ເຮັດໜ້າທີ່ຕອບແຊັດລູກຄ້າ ເຊິ່ງເປັນເວັບ vip777.com ທີ່ໃຫ້ຄົນມາຫລິ້ນການພະນັນອອນລາຍຫລາຍຊະນິດເປັນຕົ້ນແມ່ນ ຫວຍ, ຜົນເຕະບານ, ບາຄາຣ່າ (ໄພ້ຝຣັ່ງ) ໂດຍໄດ້ຮັບຄ່າຈ້າງ 12,000-15,000 ບາດ/ຄົນ/ເດືອນ ເຊິ່ງສະຖານທີ່ດັ່ງກ່າວເປີດໄດ້ພຽງ 2 ເດືອນ, ຫລັງຈາກນີ້ຈະ

ສືບສວນຂະຫຍາຍຜົນຕໍ່ໄປ ເນື່ອງຈາກເປັນເຄືອຂ່າຍໃຫຍ່ມີຖານຢູ່ປະເທດເພື່ອນບ້ານ.ເບື້ອງຕົ້ນຕຳຫລວດຄຸມຕົວຜູ້ຖືກຫາທັງໝົດ 5 ຄົນ ພ້ອມຂອງການ ສົ່ງພະນັກງານສອບສວນດຳເນີນຄະດີຕາມກົດໝາຍຕໍ່ໄປ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.