ການຄ້າແຂວງຈຳປາສັກ ແລະ ພະແນກຕໍາຫລວດເສດຖະກິດ​ ປກສ​ ແຂວງ ທຳລາຍສິນຄ້າປອມແປງ ລອກລຽນແບບ ແລະ​ ລະເມີດເຄື່ອງໝາຍການຄ້າ

0
56

ວັນທີ 16​ ພະຈິກ​ 2022 ນີ້,​ ເຈົ້າໜ້າທີ່ກວດກາການຄ້າ ຂະແໜງການຄ້າພາຍໃນ​ ພະແນກອຸດສາຫະກໍາ ແລະ ການຄ້າແຂວງຈໍາປາສັກ​ ຮ່ວມກັບ​ ເຈົ້າໜ້າທີ່ພະແນກຕໍາ

ຫລວດເສດຖະກິດ​ ປກສ​ ແຂວງ​ ພ້ອມໜ່ວຍງານກ່ຽວຂ້ອງ​ໄດ້ທໍາລາຍສິນຄ້າເສື່ອມຄຸນນະພາບ,​ ບໍ່ໄດ້​ມາດຕະຖານ,​ ປອມແປງ,​ ລອກລຽນແບບ ແລະ​ ລະເມີດເຄື່ອງໝາຍການຄ້າ​ ຂອງບໍລິສັດທລີລິກີ ແອນ​ ກິບບິນສ໌ ລາວຈໍາກັດ ຍີ່ຫໍ້ ຄູບູຕ້າ​ (KUBOTA).​

ເພື່ອແນໃສ່ປົກປ້ອງຜູ້ດຳເນີນທຸລະກິດທີ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ເປັນການປົກປ້ອງຜູ້ຊົມໃຊ້, ຜູ້ບໍລິໂພກໃນສັງຄົມໃຫ້ໄດ້ຊົມໃຊ້ສິນຄ້າທີ່ຖືກຕ້ອງ ແລະ ມີຄຸນນະພາບດີ.

ພິທີດັ່ງກ່າວໄດ້ຈັດຂຶ້ນ​ຢູ່ສະໜາມກໍາຈັດຂີ້ເຫຍື້ອ​ ຫລັກ​ 17​ ເມືອງຊະນະສົມບູນ​ ໂດຍການເຂົ້າຮ່ວມຂອງ​ ທ່ານ ພູວຽງ ພົງສາ ຫົວໜ້າການຄ້າພາຍໃນ ກະຊວງອຸດສາຫະກໍາ

ແລະ ການຄ້າ,​ ທ່ານ ຄໍາ​ແດງ​ ພົມມາພັກດີ ຮອງຫົວໜ້າພະແນກອຸດສາຫະກໍາ​ ແລະ​ ການຄ້າ​ແຂວງ, ທ່ານ ພັນໂທ ບຸນຍູ້ ແກ້ວພິດາວົງ ຮອງພະແນກຕໍາຫລວດເສດຖະກິດ​ ກອງບັນຊາການ​ ປກສ ແຂວງ.​

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.