ຜູ້ຮ່ວມມື ແລະ ຊື້ສິ່ງຂອງຄົນລັກມາ ຕ້ອງຖືກດຳເນີນຄະດີຕາມລະບຽບກົດໝາຍ

0
65

ປັດຈຸບັນເຫັນຮ້ານການເກັບຊື້ສິ່ງຂອງເສດເຫລືອເກີດຂຶ້ນຫລາຍບໍ່ວ່າໃນນະຄອນຫລວງວຽງຈັນ ຫລື ບັນດາແຂວງໃນທົ່ວປະເທດ ຊຶ່ງການເກີດຂຶ້ນຂອງກິດຈະການນີ້ມີທັງດີ ແລະ ສິ່ງທີ່ຕ້ອງໄດ້ແກ້ໄຂປັບປຸງໂດຍ ອັນບໍ່ດີອາດເປັນຊ່ອງທາງຫາກິນຂອງຄົນບໍ່ດີເກີດບັນຫາຫຍໍ້ທໍ້ເຊັ່ນການລັກຊັບສິ່ງຂອງສາທາລະນະ, ການລັກຕັດສາຍໄຟຟ້າ, ຝາອັດ

ຫລື ຕາໜ່າງເຫລັກອັດຮູຮ່ອງລະບາຍນໍ້າຢູ່ເສັ້ນທາງ ແລະ ອື່ນໆນໍາໄປຂາຍເປັນເຫລັກເສດ. ຍົກປະເດັນນີ້ຂຶ້ນມາເພື່ອເປັນສ່ວນສຳຄັນເຮັດໃຫ້ການດໍາເນີນກິດຈະການຊື້-ຂາຍສິ່ງເສດເຫລືອຖືກຕ້ອງ, ໄດ້ຮັບການຄຸ້ມຄອງຕາມລະບຽບກົດໝາຍ…

ຜ່ານມາຫາງສຽງສ່ວນຫລາຍຊົມເຊີຍການປະຕິບັດໜ້າທີ່ຂອງພາກສ່ວນກ່ຽວຂ້ອງຂອງລັດ, ແຕ່ກໍຢາກໃຫ້ ເຄັ່ງຄັດຕື່ມ ຖ້າກວດພົບເຫັນຜູ້ດຳເນີນກິດຈະການ ຊື້ຂອງຂີ້ລັກມາ ໃຫ້ປິດກິດຈະການຢ່າງຖາວອນທັນທີ ແລະ ຕ້ອງໃຫ້ລາຍລະອຽດເຖິງຜູ້ລັກເອົາສິ່ງຂອງສາທາລະນະ ຫລື ຂອງລັດມາຂາຍເພື່ອສາມາດດໍາເນີນຄະດີຕາມລະບຽບກົດໝາຍ ແລະ

ອື່ນໆ. ຜ່ານມາບັນຫາຫຍໍ້ທໍ້ມີເກືອບທຸກແຂວງ, ບາງເຫດການລັກຕັດ, ມ້າງ… ຊັບສົມບັດຂອງລັດຮັບໃຊ້ສາທາລະນະ ກໍສ່ຽງເກີດອັນຕະລາຍຮ້າຍແຮງຕາມເສັ້ນທາງດ່ວນ, ທາງລົດໄຟລາວ-ຈີນ. ບັນຫາທີ່ສັງຄົມສົນໃຈລ້ວນແຕ່ກ້ຽວເຖິງການເກັບຊື້ ໝາຍວ່າ ຖ້າບໍ່ມີຜູ້ຊື້ ຫລື ບໍ່ມີບ່ອນໄປຂາຍ, ພວກຂີ້ລັກງັດແງະ…ຈະລັກໄປເຮັດຫຍັງ. ການຊື້

ເຄື່ອງຂອງຖືກລັກມາອາດຈະບໍ່ມີແຕ່ຮ້ານຮັບຊື້ຂອງເສດໂດຍກົງ, ບາງທີອາດມີບຸກຄົນທົ່ວໄປຕ້ອງການໂດຍບໍ່ຄໍານຶງເຖິງຜົນເສຍຫາຍໄລຍະຍາວ. ຂອງລັກມາ ບໍ່ວ່າແຕ່ຂອງສາທາລະນະ, ບຸກຄົນ-ກຸ່ມຄົນ… ຖ້າຊື້ຖືວ່າເປັນການຊຸກຍູ້ສົ່ງເສີມການຂີ້ລັກງັດແງະ ຊຶ່ງການແກ້ໄຂຕ້ອງແກ້ທັງສອງສົ້ນ ຄື ບໍ່ໃຫ້ມີຜູ້ຊື້ສິ່ງຂອງຂີ້ລັກມາ ແລະ ປ້ອງກັນສະກັດ

ກັ້ນການຂີ້ລັກໃຫ້ດີ. ຂະນະດຽວກັນກໍຕ້ອງເຮັດໜ້າທີ່ຕິດຕາມກວດກາເປັນປົກກະຕິ, ເຮັດແຂງແຮງແທ້ຈຶ່ງຈະໄດ້ຮັບຜົນ.ແນວໃດກໍດີ, ທົ່ວສັງຄົມ ຕ້ອງເຂົ້າໃຈ ແລະ ກຳແໜ້ນທັງເຂັ້ມງວປະຕິບັດຕາມປະມວນກົດໝາຍອາຍາ ມາດຕາ 244 ວ່າດ້ວຍການຊຸກເຊື່ອງ, ການຊື້ຂາຍຊັບຢ່າງຜິດກົດໝາຍ ທີ່ໄດ້ລະບຸວ່າ: ບຸກຄົນໃດຫາກຮູ້ວ່າ

ຊັບທີ່ຜູ້ອື່ນໄດ້ມາຈາກການປຸ້ນ, ການລັກ, ການຍາດຊີງ, ການສໍ້ໂກງ, ການຍັກຍອກ ຫລື ດ້ວຍວິທີອື່ນທີ່ຜິດກົດໝາຍແລ້ວຮັບເອົາ, ຊື້ເອົາ,ເກັບຮັກສາ, ຊຸກເຊື່ອງ ຫລື ນໍາໄປຂາຍຈະຖືກລົງໂທດຕັດອິດສະ ລະພາບແຕ່ ສາມເດືອນຫາສອງປີ ແລະ ຈະຖືກປັບໃໝ ແຕ່ 3.000.000 ກີບ ຫາ 10.000.000 ກີບ. ໃນກໍລະນີ ທີ່ການກະທໍາ

ເປັນອາຈິນ, ມີການຈັດຕັ້ງເປັນກຸ່ມ ຫລື ໃນກໍລະນີກໍ່ຄວາມເສຍຫາຍຢ່າງຫລວງ ຫລາຍຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີ ແລະ ຈະຖືກປັບໃໝແຕ່ 5.000.000 ກີບຫາ 15.000.000 ກີບ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.