ຍີ່ປຸ່ນ ຊ່ວຍເຫລືອລ້າຕິດຕັ້ງເຕົາເຜົາ ຂີ້ເຫຍື້ອຕິດເຊື້ອ ຢູ່ແຂວງຫລວງພະບາງ

0
129

ຂປລ. ໃນວັນທີ 16 ພະຈິກ 2022, ທີ່ນະຄອນຫລວງວຽງຈັນ, ໄດ້ມີພິທີເຊັນສັນຍາ ມອບ-ຮັບ ທຶນຊ່ວຍເຫລືອລ້າ ຈາກລັດຖະບານຍີ່ປຸ່ນ ໃນໂຄງການຕິດຕັ້ງເຕົາເຜົາຂີ້ເຫຍື້ອຕິດເຊື້ອ ຢູ່ສະຫນາມກໍາຈັດຂີ້ເຫຍື້ອ ບ້ານຫລັກແປດ ນະຄອນຫລວງພະບາງ ໃນມູນຄ່າ 91 ພັນກວ່າໂດລາສະຫະລັດ ລະຫວ່າງ ທ່ານ ໂຄບະຢະຊິ ເຄັນອິຈິ ເອກ

ອັກຄະລາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ແລະ ທ່ານ ນາງ ໄກສອນ ແກ້ວປະເສີດ ຫົວໜ້າຫ້ອງການບໍລິການຕົວເມືອງ ນະຄອນຫລວງພະບາງ, ມີທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງໆຫລວງພະບາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ຄຳຂັນ ຈັນທະວີສຸກ ໄດ້ກ່າວວ່າ: ພາຍຫລັງທີ່ ເມືອງຫລວງພະບາງ ກໍຄືນະຄອນຫລວງພະບາງ ໃນປັດຈຸບັນໄດ້ຖືກຮັບຮອງຈາກອົງການອຸຍແນດສະໂກ ໃຫ້ເປັນເມືອງມໍລະ ດົກໂລກ ໃນປີ 1995 ເປັນຕົ້ນມາ, ໄດ້ເຮັດໃຫ້ນະຄອນຫລວງພະບາງ ມີສື່ສຽງຢູ່ໃນພາກພື້ນ ແລະ ສາ ກົນ ເຊິ່ງແຕ່ລະປີໄດ້ມີນັກທ່ອງທ່ຽວ ທັງ

ພາຍໃນ ແລະ ຕ່າງປະເທດ ເຂົ້າມາຢ້ຽມຢາມ-ທ່ຽວຊົມນະຄອນ ຫລວງພະບາງ ນັບມື້ຫລາຍຂຶ້ນ ແລະ ແຂວງຫລວງພະບາງ ໄດ້ກໍານົດເອົາວຽກງານການທ່ອງທ່ຽວ ເປັນຂະແຫນງບູລິມະສິດ, ຂະແຫນງການປາຍແຫລມ ເພື່ອຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ. ຄຽງຄູ່ກັບ ການຂະຫຍາຍຕົວທາງດ້ານການ

ທ່ອງທ່ຽວ ບວກກັບການເພີ່ມຂຶ້ນຂອງພົນລະເມືອງ ໄດ້ເຮັດໃຫ້ມີການຊົມໃຊ້ຊັບພະຍາກອນເພີ່ມຂຶ້ນ, ມີສິ່ງເສດເຫລືອເພີ່ມຂຶ້ນ, ສິ່ງເສດເຫລືອທີ່ເປັນອັນຕະລາຍ ກໍມີທ່າອ່ຽງເພີ່ມຂຶ້ນ ເປັນຕົ້ນແມ່ນ ຂີ້ເຫຍື້ອຕິດເຊື້ອຈາກໂຮງຫມໍ, ຄລີນິກຕ່າງໆ; ຖ້າຫາກບໍ່ມີການກໍາຈັດຢ່າງຖືກຕ້ອງ ກໍຈະເກີດຜົນກະທົບຕໍ່ຜູ້ທີ່ເຮັດວຽກງານອານາໄມ ຮັກສາຄວາມສະ ອາດໂດຍກົງ, ກະທົບຕໍ່ສັດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ທີ່ຢູ່ໃກ້ຄຽງກັບສະຫນາມຂີ້ເຫຍື້ອ.

ທ່ານ ເຈົ້າແຂວງ ຍັງໃຫ້ຮູ້ອີກວ່າ: ຜົນກະທົບດັ່ງກ່າວນີ້ ຍັງເປັນບັນຫາຄົງຄ້າງ ແລະ ເປັນສິ່ງທ້າທາຍທີ່ພວກເຮົາກໍາລັງສຸມໃສ່ຊອກຫາວິທີທາງແກ້ໄຂໃຫ້ສອດຄ່ອງ ແລະ ເຫມາະສົມ ເພື່ອໃຫ້ສອດຄ່ອງກັບວິໄສທັດຂອງນະຄອນຫລວງພະບາງທີ່ວ່າ “ສ້າງຫລວງພະບາງໃຫ້ເປັນ ນະຄອນສະອາດ, ສີຂຽວ ແລະ ໜ້າຢູ່ ຄຽງຄູ່ກັບການປົກປັກຮັກສາ

ມໍລະດົກໂລກໃຫ້ຍືນຍົງ”. ສະນັ້ນ, ການຕິດຕັ້ງເຕົາເຜົາຂີ້ເຫຍື້ອຕິດເຊື້ອ ທີ່ໄດ້ຮັບການຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນໃນຄັ້ງນີ້ ຈະປະກອບສ່ວນສຳຄັນໃນການແກ້ໄຂ ຜົນກະທົບ ຈາກການເພີ່ມຂຶ້ນຂອງຂີ້ເຫຍື້ອອັນຕະລາຍ ເປັນຢ່າງດີ; ພ້ອມຢືນຢັນຈະນຳໃຊ້ໃຫ້ໄດ້ຮັບຜົນປະໂຫຍດສູງສຸດ.
ຂ່າວ-ພາບ ສົມຫວັງ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.