ຈາກໂພສ Tao Phanthavong ໂພສ ບໍ່ໄດ້ສ້າງກະແສ ພໍດີຂ້ອຍອອກມາເບິ່ງຮ້ານລະເຫັນຜູ້ກ່ຽວນັ່ງຢູ່ໜ້າຮ້ານບໍ່ຮູ້ວ່າເປັນຫັຍງຂ້ອຍເລີຍເຂົ້າໄປຖາມວ່າເປັນຫັຍງ..
ຜູ້ກ່ຽວວ່າມາຊອກເຮັດວຽກໄດ້ 2-3 ມື້ແລ້ວໄປສະໝັກວຽກຢູ່ໃສໃຜກະບໍ່ຮັບ ຜູ້ກ່ຽວມາແຕ່ແຂວງໄຊສົມບູນ ຢາກມາເຮັດວຽກຢູ່ວຽງຍ້ອນພໍ່ແມ່ທຸກຢາກແຮງຫັວງວ່າສິໄດ້ວຽກ ເລີຍມາບໍ່ໄດ້ຕັ້ງໂຕຍາດຕິພີ່ນ້ອງຢູ່ນີ້ກະບໍ່ມີ
ບາງມື້ກະກິນເຂົ້າກັບເກືອ ບາງເທື່ອກະໄປຂໍກິນເຂົ້ານຳຄູບາຢູ່ວັດລະຂໍອາໄສເພິ່ນນອນຢູ່ຫັນ ຢາກກັບບ້ານກະບໍ່ມີເງີນກັບເລີຍໝົດປັນຍາຄືເຫັນຕາມຮູບຫັນລະ.ຂ້ອຍເຫັນລະອີຕົນເລີຍໄປສົ່ງຜູ້ກ່ຽວຢູ່ຄິວລົດຊື້ປີ້ລົດໃຫ້ກັບບ້ານ ບໍ່ໄດ້ຫັວງຜົນອີ່ຫັຍງ… ເຫັນໃຈເພື່ອນມະນຸດດ້ວຍກັນ. ຝາກໄວ້ໃຫ້ຄິດ ຢ່າງນ້ອຍກໍ່ຍັງມີຫັຍງດີໆ ເຖິງແມ່ນວ່າຈະເຈິເລື້ອງທີ່ບໍ່ດີມາ ແຕ່ກໍ່ບໍ່ແມ່ນວ່າຈະໂຊກຮ້ານສະເໝີໄປ ແລະ ອີກຢ່າງຄົນລາວເຮົາຈັ່ງໃດກໍ່ບໍ່ຖິ້ມກັນຊ່ວຍກັນໄດ້ກໍ່ຊ່ວຍໄປ ເຖິງແມ່ນວ່າຈະໜ້ອຍຫຼືຫຼາຍກໍ່ຕາມ ຂໍແຕ່ໄດ້ຊ່ວຍກໍ່ຮູສຶກດີແລ້ວ ເຖິງມັນຈະບໍ່ຍິ່ງໃຫ່ຍສຳລັບບາງຄົນ ແຕ່ມັນກໍ່ດີ ແລະ ຍິ່ງໃຫ່ຍສຳລັບບາງຄົນຫຼາຍ
ໂຊກຮ້າຍໃນໂຊກດີ ຫັວງມາເຮັດວຽກຢູ່ວຽງ ສະໝັກວຽກໃສກໍ່ບໍ່ຮັບ ເລີຍຈະກັບບ້ານບໍ່ມີເງິນ ພໍດີມາເຈິໜຸ່ມໃຈດີຊື້ປີ້ໃຫ້
ໂຊກຮ້າຍໃນໂຊກດີ ຫັວງມາເຮັດວຽກຢູ່ວຽງ ສະໝັກວຽກໃສກໍ່ບໍ່ຮັບ ເລີຍຈະກັບບ້ານບໍ່ມີເງິນ ພໍດີມາເຈິໜຸ່ມໃຈດີຊື້ປີ້ໃຫ້
Tao Phanthavong