ຖ້າປ່ຽນໄດ້ ຢາກໃຫ້ໂລກນີ້ບໍ່ມີການບູລີ້ກັນ ແຈັກກີ້ Mister Goblal laos 2022 ທັດສະນະຄະຕິດີ ວ່າທີ່ ດຣ ຈາກສະຫວັນນະເຂດ

0
186

ນອກຈາກຄວາມຫຼໍ່ ຄວາມສາມາດເຕັງໜຶ່ງ ຮູ້ຄໍາຕອບຈະຫຼົງຮັກຊາຍຄົນນີ້ ໄດ້ເປັນທີ່ຮຽບຮ້ອຍ Mister Goblal laos 2022 ມົງລົງທີ່ໜຸ່ມຫຼໍ່ ສູງຂາວ ທັດສະນະຄະຕິດີ ວ່າທີ່ດຣ ຈາກສະຫວັນນະເຂດຄື MGL11 ແຈັກກີ້ ພິມມະຈັກ ສ່ວນສູງ 187 ຊັງຕີແມັດ


ກ່ອນທີ່ເຮົາມາຮູ້ຈັກຜູ້ຊາຍຄົນນີ້ກັນ ບອກເລີຍຊ່ວງຕອບຄໍາຖາມ 2 ຮອບ ໄດ້ສຽງຮ້ອງເຊຍທີ່ແບບວ້າວ ຕອບໄດ້ດີ ທັດສະນະຄະຕິດີສຸດ


ໃນຮອບ ຜ່ານເຂົ້າ 6 ຄົນສຸດທ້າຍ ແຈັກກີ້ຕອບຄໍາຖາມນີ້ວ່າ ຄໍາວ່າສຸພາບບຸລຸດໃນທັດສະນະຄະຕິເຈົ້າແມ່ນຫຍັງ ?ແຈັກກີ້ ຕອບວ່າ ຄໍາວ່າສຸພາບບູລຸດ ຄືການຊ່ວຍເຫຼືອກັນແລະກັນ

ຮອບທີ່ 2 ຮອບ 3 ຄົນສຸດທ້າຍ ຍິ່ງກິນໃຈຄັກກັບຄໍາຕອບນີ້ ຖ້າປ່ຽນສິ່ງໜຶ່ງໄດ້ໃນສັງຄົມ ຈະປ່ຽນຫຍັງ ?ແຈັກກີ້ຕອບວ່າ ຖ້າປ່ຽນສັງຄົມໄດ້ ຢາກໃຫ້ໂລກນີ້ບໍ່ມີຄໍາວ່າບູລີ້ກັນ ເພາະຄໍາເວົ້າຂອງບາງຄົນອາດຢອກ ແຕ່ອາດທໍາຮ້າຍອີກບາງຄົນຫຼືຫຼາຍຄົນໄດ້ ສະນັ້ນຖ້າທຸກຄົນເຊົາບູລີ້ກັນໂລກນີ້ກໍຈະໜ້າຢູ່ຂຶ້ນ
ຊົມຄຣິບ

ປັດຈຸບັນ ໜຸ່ມ ແຈັກກີ້ ພິມມະຈັກ” MISTER GLOBAL LAOS ຄົນຫຼ້າສຸດ ຍັງເປັນນັກສຶກສາຢູ່ທີ່ວິທະຍາໄລວິທະຍາສາດສຸຂະພາບ ສະຫວັນນະເຂດ ສາຂາການແພດທົ່ວໄປ, ແຈັກກີ້ ມັກຖ່າຍຮູບ (ເຖິງຊິຖ່າຍຮູບບໍ່ຂຶ້ນແຕ່ກໍມັກ) ແລະ ອີກສິ່ງໜຶ່ງທີ່ມັກຄືກັນກໍ່ຄືມັກຊ່ວຍເຫລືອຜູ້ຄົນ.

ຜົນງາານຜ່ານມາເຄີຍສະແດງ MV ເພງຂອງ JaoGolf ເປັນເທື່ອທຳອິດຍິ່ງຮູ້ຈັກຍິ່ງຈະຫຼົງຮັກຊາຍຄົນນີ້ ກຽມຊົມ ແລະ ເຊຍ ຕົວແທນສາຍສະພາຍລາວ ເພື່ອປະກວດກອງໃຫຍ່ ໃນຮອບຕັດສິນທີ່ຊຽງໃໝ່ ປະເທດໄທໃນຕົ້ນປີ 2023 ນໍາເດີ້


ສາມາດຕິດຕາມແຈັກກີ້ໄດ້ທາງ FB ແລະ IG: Jacky Phimmachak Page: Mister Global Laos
ຍິນດີກັບ “ແຈັກກີ້ ພິມມະຈັກ” ເປັນ Mister Global Laos 2022 ພ້ອມລາງພິເສດອີກ 2 ລາງວັນ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.