ເງີນເປັນເຫດ ເປັນໜີ້ແລ້ວບໍ່ໃຊ້ຄືນ ເຮັດໃຫ້ເສຍຄວາມສັດທາ ເສຍຄົນຮັກແພງ ພ້ອມມີຄວາມຜິດທາງກົດໝາຍ

0
121

ການທີ່ບຸກຄົນໃດໜຶ່ງຫາກມີໜີ້ສິນບໍ່ວ່າຈະໜ້ອຍ ຫລື ຫລາຍ ກໍບໍ່ແມ່ນເປັນເລື່ອງເສຍຫາຍ ຫລື ເປັນເລື່ອງທີ່ອັບອາຍແຕ່ຢ່າງໃດ ຖ້າເຮົາມີຄວາມຮັບຜິດຊອບຕໍ່ໜີ້ສິນທີ່ເຮົາກໍ່ຂຶ້ນ. ການທີ່ເຮົາສາມາດສ້າງໜີ້ສິນໃຫ້ຕົວເຮົາໄດ້ແມ່ນຍ້ອນບຸກຄົນທີ່ເຮົາເຮົາຢືມເງິນນັ້ນເຂົາໄວ້ເນື້ອເຊື່ອໃຈໃນຕົວເຮົາ ແລະ ເຊື່ອໝັ້ນເຮົາຈຶ່ງກ້າເອົາເງິນໃຫ້ເຮົາຢືມ.

ດັ່ງນັ້ນ, ການຍືມເງິນອາດມີຢູ່ 2 ກໍລະນີຄື: 1/. ຄົນທີ່ໃຫ້ຍືມແມ່ນຄົນໃກ້ຊິດຮັກແພງ ໃຫ້ຍືມໂດຍບໍ່ຫວັງຜົນກຳໄລ, ໃຫ້ຍ້ອນເຫັນອົກເຫັນໃຈ, ໃຫ້ການຊ່ວຍເຫລືອໃນຍາມທີ່ມີບັນຫາ. 2/. ຄົນໃຫ້ເຮົາຢືມເງິນແມ່ນຕ້ອງການຜົນຕອບແທນໂດຍການຄິດໄລ່ດອກເບ້ຍ.

ເຖິງຢ່າງໃດກໍຕາມການໃຫ້ຢືມເງິນທັງສອງກໍລະນີແມ່ນເກີດຈາກຄວາມເຊື່ອໃຈ ແລະ ສາມາດເອີ້ນໄດ້ວ່າຜູ້ທີ່ມີບຸນຄຸນ ເພາະຕົວເຮົາເອງເປັນຄົນສະໝັກໃຈຍືມ.

ແຕ່ຖ້າວ່າເຮົາສ້າງໜີ້ສິນຂຶ້ນແລ້ວບໍ່ມີຄວາມຮັບຜິດຊອບມີເຈດຕະນາຕົວະຕົ້ມ ອາດຈະເຮັດໃຫ້ເສຍຄົນຮັກແພງ, ເສຍຄວາມສັດທາ, ເປັນຂີ້ປາກຂອງສັງຄົມ ແລະ ມີຄວາມຜິດທາງກົດໝາຍອີກດ້ວຍ.

ຕາມປະມວນກົດໝາຍອາຍາ ມາດຕາ 235 ການຫລົບຫລີກຈາກການໃຊ້ແທນໜີ້ສິນ ລະບຸໄວ້ວ່າ: ບຸກຄົນໃດຫາກໄດ້ສ້າງໜີ້ແລ້ວເຮັດໃຫ້ຄວາມສະມາດໃຊ້ໜີ້ຂອງຕົນຫລຸດລົງດ້ວຍການເພີ່ມໜີ້ ຫລື ຫລຸດຊັບສົມບັດທີ່ຕົນມີ ຫລື ຫລຸດ ຫລື ຊຸກເຊື່ອງລາຍໄດ້ທັັງໝົດ ຫລື ບາງສ່ວນ ຫລື ຊຸກເຊື່ອງຊັບບາງຢ່າງຂອງຕົນ ເພື່ອຫລົບຫລີກການໃຊ້ແທນໜີ້ສິນ ກ່ອນ ຫລື ຫລັງມີຄຳຕັດສິນຂອງສານ ຈະຖືກຕັດອິດສະລະພາບ ແຕ່ 3 ເດືອນ ຫາ 3 ປີ ແລະ ຈະຖືກປັບໃໝ ແຕ່ 5 ລ້ານ ຫາ 50 ລ້ານກີບ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.