ທ່ານ ຈອນ ລີ ຜູ້ນຳສູງສຸດຮ່ອງກົງ ຕິດໂຄວິດ ຫລັງກັບຈາກການປະຊຸມເອເປັກທີ່ປະເທດໄທ

0
76

ສຳນັກຂ່າວຕ່າງປະເທດລາຍງານໃຫ້ຮູ້ວ່າ: ວັນທີ 21 ພະຈິກ 2022 ນີ້, ທ່ານ ຈອນ ລີ ຜູ້ບໍລິຫານສູງສຸດເຂດປົກຄອງພິເສດຮ່ອງກົງ ກວດພົບເຊື້ອໂຄວິດ-19 ຫລັງເດີນທາງກັບຈາກການປະຊຸມຄວາມຮ່ວມມືທາງເສດຖະກິດໃນພາກພື້ນອາຊີ-ປາຊິຟິກ ຫລື ເອເປັກ  (APEC) ທີ່ກຸງເທບມະຫານະຄອນ ປະເທດໄທ.

ລັດຖະບານຮ່ອງກົງ ຖະແຫລ່ງວ່າ: ຜົນການກວດເຊື້ອໂຄວິດແບບ PCR ຂອງທ່ານ ຈອນ ລີ ທີ່ ສະໜາມບິນນານາຊາດຮ່ອງກົງ ຂະນະທີ່ເດີນທາງກັບຈາກປະເທດໄທ ມາຮອດຮ່ອງກົງ ໃນວັນທີ 20 ພະຈິກ 2022 ອອກມາເປັນບວກ.

ຈາກການເປີດເຜີຍຂອງໂຄສົກລັດຖະບານຮ່ອງກົງ ລະບຸວ່າ: ຂະນະນີ້ ທ່ານ ຈອນ ລີ ໄດ້ມີການກັກຕົວ ຕາມຄຳແນະນຳຂອງສູນປ້ອງກັນສຸຂະພາບ ຂອງຮ່ອງກົງ ແລະ ສາມາດເຮັດວຽກໄດ້ຈາກທີ່ພັກອາໄສ, ໃນລະຫວ່າງການເດີນທາງໄປຮ່ວມປະຊຸມ ເປັນເວລາ 4 ວັນ ຜົນກວດເຊື້ອໂຄວິດ ຂອງທ່ານ ຈອນ ລີ ອອກມາເປັນລົບ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.