ວັນທີ 21 ພະຈິກ 2022 ນີ້ ມີເຫດຄ າ ດ ຕ ະ ກ ຳເກີດຂຶ້ນຢູ່ບ້ານ ສະໜາມໄຊ ນະຄອນໄກສອນ ພົມວິຫານ ມີຜູ້ເສຍຊີວິດຄາທີ່ 1 ຄົນ.ຕາມການລາຍງານເບື້ອງຕົ້ນຂອງເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານໃຫ້ຮູ້ວ່າ: ເວລາ 4 ໂມງເຊົ້າ ວັນທີ 21 ພະຈິກ ນີ້ ໄດ້ເກີດມີເຫດຄະຕະກຳເກີດຂຶ້ນ ຜູ້ເສຍຊີວິດຊື່ທ້າວ ຊັນນີ ອາຍຸ 28 ປີ ອາຊີບຄ້າຂາຍ ຢູ່ບ້ານນາເຊັງ ນະຄອນໄກສອນ ພົມວິຫານ, ຜູ້ກໍ່ເຫດຄາຕະກຳ ຊື່ທ້າວ ໝີ ອາຍຸ 25 ປີ ອາຊີບຄ້າຂາຍ ຢູ່ບ້ານສະໜາມໄຊ ນະຄອນໄກສອນ.
ຜູ້ກໍ່ເຫດໄດ້ໃຊ້ປືນອາກາທ້າຍພັບ ຈີ້ໃສ່ໜ້າເບືອງຊ້າຍແລ້ວຍິງ ເຮັດໃຫ້ເສຍຊີວິດຄາທີ່ ເຊິ່ງຄາດວ່າເຫດຈູງໃຈໃນຄັ້ງນີ້ແມ່ນ ທັງສອງເຄີຍຜິດຖຽງກັນຍ້ອນເວົ້າສຽດສີກັນກ່ອນໜ້ານີ້.
ປັດຈຸບັນຜູ້ກໍ່ເຫດ ໄດ້ເອົາຕົວຫລົບ ເຊິ່ງເຈົ້າໜ້າທີ່ພວມເລັ່ງຈັບຕົວຜູ້ກ່ຽວມາດຳເນີນຄະດີຕາມລະບຽບກົດໝາຍ.ຫາກມີຄວາມຄືບໜ້າເພີ່ມຕື່ມ ທີມງານຂ່າວໜັງສືພິມລາວພັດທະນາຈະລາຍງານໃຫ້ທ່ານໄດ້ຮັບຊາບ
ທີ່ມາ ໜັງສືພິມລາວພັດທະນາ