ວັນທີ 21-27 ພະຈິກ 2022 ທົ່ວທຸກພາກຂອງລາວ ອາກາດຈະເຢັນລົງ ພ້ອມມີກະແສລົມ ແລະ ຝົນຕົກຟ້າຮ້ອງຟ້າເຫລື້ອມ ຢູ່ບາງທ້ອງຖິ່ນ

0
121

ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານວ່າ: ໃນໄລຍະວັນທີ 21-24 ພະຈິກ 2022 ຄວາມກົດດັນສູງຂອງອາກາດເຢັນຈະປົກຄຸມຢູ່ພາກເໜືອດ້ານຕາ ເວັນອອກຂອງ

ປະເທດລາວດ້ວຍກໍາລັງອ່ອນ, ສ່ວນພາກໃຕ້ຈະປົກຄຸມດ້ວຍຄວາມກົດດັນຕໍ່າຂອງອາກາດຮ້ອນ ສົມທົບກັບກະແສລົມຕາເວັນອອກພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດຍັງຈະ

ເຢັນຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມຈະມີໝອກບາງປົກຫຸ້ມຢູ່ທົ່ວໄປ. ສ່ວນພາກກາງ ແລະ ພາກໃຕ້ ຈະມີຝົນຕົກຟ້າຮ້ອງ ຟ້າ

ເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ.ຈາກນັ້ນໃນໄລຍະວັນທີ 25-27 ພະຈິກ 2022 ຄວາມກົດດັນສູງຂອງອາກາດເຢັນຈະປົກຄຸມຢູ່

ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ສົມທົບ ກັບກະແສລົມຕາເວັນອອກພັດປົກຄຸມ, ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ

ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ. ສ່ວນພາກກາງ ແລະ ພາກໃຕ້ ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.