ພິທີເປີດໄຟສີຟ້າສ່ອງໃສ່ອະນຸສາວະລີ ຫລື ປະຕູໄຊ ນະຄອນຫລວງວຽງຈັນ ເພື່ອສະເຫລີມສະຫລອງວັນເດັກໂລກ ແລະ ສົ່ງເສີມສິດທິເດັກໃນທົ່ວປະເທດ ເຊິ່ງສັນຍາລັກສີຟ້າ

0
138

ສປປ ລາວ ເປີດໄຟສີຟ້າສ່ອງໃສ່ອະນຸສາວະລີ ສະຫລອງວັນເດັກສາກົນຂປລ. ໃນຕອນຄໍ່າ ຂອງວັນທີ 20 ພະຈິກ 2022 ໄດ້ມີພິທີເປີດໄຟສີຟ້າສ່ອງໃສ່ອະນຸສາວະລີ ຫລື ປະຕູໄຊ ນະຄອນຫລວງວຽງຈັນ ເພື່ອສະເຫລີມສະຫລອງວັນເດັກໂລກ ແລະ ສົ່ງເສີມສິດທິເດັກໃນທົ່ວປະເທດ ເຊິ່ງສັນຍາລັກສີຟ້າ ແມ່ນສຳລັບສິດທິເດັກ ເພື່ອເຊີນຊວນໃຫ້ພວກເຮົາທຸກຄົນມາຮ່ວມກັນສະເຫລີມສະຫລອງວັນເດັກໂລກ ຮ່ວມກັບບັນດາປະຊາຊາດອື່ນໆໃນທົ່ວໂລກ.

ວັນເດັກໂລກແມ່ນໄດ້ຈັດຂຶ້ນໃນວັນທີ 20 ພະຈິກ ຂອງທຸກໆປີ ເພື່ອເປັນຂີດໝາຍຂອງການໃຫ້ ສັດຕະ ຍາບັນໃນສົນທິສັນຍາວ່າດ້ວຍສິດທິເດັກ ແນໃສ່ສ້າງຄວາມຮັບຮູ້ກ່ຽວກັບບັນຫາສຳຄັນ ທີ່ສົ່ງຜົນກະທົບຕໍ່ຊີວິດຂອງເດັກ ແລະ ການສະເຫລີມສະຫລອງວັນເດັກໂລກປີນີ້ ຈະເໜັ້ນໜັກເຖິງການມີສ່ວນຮ່ວມ ແລະ ການເປັນສວ່ນໜຶ່ງຂອງເດັກນ້ອຍ ໃນຂະບວນການຟື້ນຟູ ຈາກຜົນກະທົບຂອງການລະບາດຂອງພະຍາດ.

ວັນເດັກໂລກ ຖືກສ້າງຕັ້ງຂຶ້ນຕາມຍັດຕິເລກທີ 836 ຂອງກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດປີ 1954 ໂດຍໄດ້ແນະນຳໃຫ້ທຸກປະເທດທົ່ວໂລກ ສ້າງຕັ້ງວັນເດັກໂລກຂຶ້ນ ແລະ ຖືເອົາວັນດັ່ງກ່າວ ເປັນວັນແຫ່ງຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງເດັກໃນທົ່ວໂລກ ແນໃສ່ສົ່ງເສີມຈຸດປະສົງ ແລະ ເປົ້າໝາຍທີ່ກຳນົດໄວ້ໃນກົດບັດ

ສະຫະປະຊາຊາດ ເພື່ອສົ່ງເສີມສະຫວັດດີການສຳລັບເດັກ ທີ່ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ປີ 1956. ຫລັງຈາກນັ້ນ, ກອງປະຊຸມໃຫຍ່ອົງການສະຫະປະຊາຊາດ ໃນວັນທີ 20 ພະຈິກ 1959 ໄດ້ມີຍັດຕິເລກທີ 44/25 ຮັບຮອງເອົາສົນທິສັນຍາ ວ່າດ້ວຍສິດທິເດັກ ທັງໄດ້ກຳນົດໃຫ້ເອົາວັນທີ 20 ພະຈິກ ເປັນວັນແຫ່ງສິດທິຂອງເດັກ ຫລື ວັນເດັກໂລກ ນັບແຕ່ນັ້ນເປັນຕົ້ນມາ.

ວັນເດັກໂລກ ເປັນວາລະສຳລັບເດັກອັນໜຶ່ງທີ່ສຳຄັນໃນທົ່ວໂລກ ເຊິ່ງເດັກຈາກທົ່ວທຸກມຸມໂລກຈະຮ່ວມ ກັນ ແລະ ດຳເນີນການ ເພື່ອມີສ່ວນຮ່ວມໃນການເຜີຍແຜ່ໂຄສະນາວຽກງານສິດທິເດັກ, ສ້າງໂອກາດໃຫ້ເດັກໄດ້ສະ ແດງພອນສະຫວັນ ແລະ ຂີດຄວາມສາມາດຂອງເຂົາເຈົ້າ, ເປັນວັນແຫ່ງການທົບທວນຄືນບັນດານະໂຍບາຍທີ່ມີ ຕໍ່ເດັກ ແລະ ພິຈາລະນາສິ່ງທ້າທາຍຕ່າງໆທີ່ເດັກກຳລັງປະເຊີນໜ້າຢູ່.
ຂ່າວ-ພາບ: ກິດຕາ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.