ຂຸດຂຸມເຊື່ອງຢ າ ເ ສ ບ ຕິ ດໄວ້ເທິງໂນນພູ ບາດລູກຄ້າມາຈຶ່ງປີນຂື້ນໄປເອົາມາຂາຍ ແຕ່ສຸດທ້າຍກໍຖືກຈັບກຸມ

0
129

ໃນວັນທີ 16 ພະຈິກ 2022, ຕຳຫຼວດເມືອງເຄວຟອງ ແຂວງເຫງະອານ ສສ ຫວຽດນາມ ໃຫ້ຮູ້ວ່າ: ໄດ້ປະຕິບັດຕາມຄຳສັ່ງຂອງ ເຈົ້າໜ້າທີ່ຕຳຫຼວດ ແຂວງເຫງະອານ ເປີດປະຕິບັດການບຸກປາບປາມອາດຊະຍາກຳ ເພື່ອຮັບປະກັນຄວາມສະຫງົບປອດໄພ ໃນລະຫວ່າງວັນທີ 14 ແລະ 15 ພະຈິກ 2022, ທາງເຈົ້າໜ້າທີ່ ປກສ ເມືອງເຄວຟອງ ສາມາດຈັບຕົວຜູ້ຄ້າຂາຍຢາເສບຕິດ ໄດ້ຈຳນວນ 4 ຄົນ.

ໜຶ່ງໃນນັ້ນມີຜູ້ຖືກຈັບຕົວ ຄື: ທ້າວ ໂລວັນຕວນ, ຊື່ຫຼິ້ນ ຕວນ, ເກີດປີ 1978, ຢູ່ບ້ານແທງຟອງ, ເມືອງເຄວຟອງ, ເຊິ່ງຜູ້ກ່ຽວຕິດຢາເສບຕິດໜັກ ແລະ ເຄີຍຖືກຕັດສິນລົງໂທດຄະດີຢາເສບຕິດມາແລ້ວ 2 ຄັ້ງ, ຄັ້ງສຸດທ້າຍ ແມ່ນອອກຈາກຄຸກໃນປີ 2018. ພາຍຫຼັງພົ້ນໂທດມາບໍ່ໄດ້ດົນ, ທ້າວ ຕວນ ຖືກຊັກຈູງໃຊ້ຢາເສບຕິດ ແລະ ຊັກຊວນມາຄ້າຢາອີກ.

ເນື່ອງຈາກສະພາບຄອບຄົວທຸກຍາກ ບວກກັບຂີ້ຄ້ານເຮັດວຽກ ແລະ ບໍ່ມີເງິນ, ຜູ້ກ່ຽວຈຶ່ງໄດ້ໄປຕິດຕໍ່ຊື້ຢາເສບຕິດຢູ່ອີກຟາກຊາຍແດນ ໂດຍທັງເສບ ແລະ ຂາຍເອົາກຳໄລ.

ເມື່ອຕຳຫຼວດແຂວງເຫງະອານ ປະຕິບັດໜ້າທີ່ຕາມໂຄງການທີ່ວ່າ: ” ຊຸມຊົນຊາຍແດນປອດຢາເສບຕິດ “, ຜູ້ຄ້າຂາຍຢາເສບຕິດຫຼາຍຄົນ ກໍຖືກຈັບ, ສ່ວນ ທ້າວ ຕວນ ກໍລີ້ຢູ່ເຂດຫ່າງໄກສອກຫຼີກຕາມຊາຍແດນ ເພື່ອລໍຖ້າໂອກາດດຳເນີນການຂາຍຢາເສບຕິດ.


ມາເຖິງໃນຕອນຄ່ຳວັນທີ 14 ພະຈິກ, ຕຳຫຼວດເມືອງເຄວຟອງ ໄດ້ຈັບຕົວ ທ້າວ ຟານວັນທຽນ ເຊິ່ງແມ່ນລູກຄ້າປະຈຳຂອງ ທ້າວ ຕວນ, ອາໄສຢູ່ບ້ານມິນຕ້ຽນ ເມືອງກຸ້ຍໂຈ່ວ ແຂວງເຫງະອານ ພ້ອມດ້ວຍຂອງກາງຢາເສບຕິດ ປະເພດເຮໂຣອິນ 3,61 ກຼາມ.

ຜ່ານການສຶບສວນ-ສອບສວນ, ທ້າວ ຟານວັນທຽນ ໄດ້ໃຫ້ການຕໍ່ເຈົ້າໜ້າທີ່ ພ້ອມຊັກທອດເຖິງ ທ້າວ ຕວນ ໃນວັນທີ 15 ພະຈິກ 2022.

ສະນັ້ນ, ເຈົ້າໜ້າທີ່ຕຳຫຼວດສືບສວນ-ສອບສວນຂອງເມືອງ ໄດ້ດຳເນີນການຊອກຄົ້ນຫາຢ່າງຮີບດ່ວນ ແລະ ຈັບຕົວ ທ້າວ ຕວນ ທີ່ກ່ຽວຂ້ອງກັບການຄ້າຂາຍຢາເສບຕິດ ແລະ ໄດ້ເຂົ້າກວດຄົ້ນເຮືອນຜູ້ກ່ຽວ ພ້ອມຢຶດຂອງກາງຢາບ້າ ຈຳນວນ 35 ເມັດ, ເຮໂຣອິນ 0,87 ກຼາມ, ເງິນສົດ ແລະ ໂທລະສັບມືຖືຈໍານວນໜຶ່ງ.

ສຳລັບວິທີການຄ້າຂາຍຢາເສບຕິດຂອງ ທ້າວ ຕວນ ແມ່ນຂ້ອນຂ້າງຊັບຊ້ອນ ເນື່ອງຈາກຜູ້ກ່ຽວສວຍໂອກາດອາໄສຢູ່ເຂດພູດອຍ ເຊັ່ນ:ທ້າວ ຕວນ ຈະບໍ່ເຊື່ອງຢາເສບຕິດໄວ້ໃນເຮືອນ, ແຕ່ໄດ້ຂຸດຂຸມຝັງຢາເສບຕິດຢູ່ເທິງພູສູງຫຼັງເຮືອນ ແລະ ເມື່ອມີລູກຄ້າມາຊື້, ຈຶ່ງໃຊ້ຂັ້ນໄດປີນຂຶ້ນໄປເອົາມາຂາຍ

ການຈັບກຸມ ທ້າວ ຕວນ ໄດ້ຮັບຜົນສຳເລັດ, ເຊິ່ງໄດ້ຮັບການສະໜັບສະໜູນຈາກປະຊາຊົນໃນທ້ອງຖິ່ນ ຈຶ່ງສາມາດລົບລ້າງຈຸດຄ້າຂາຍຢາເສບຕິດທີ່ສັບສົນຢູ່ເຂດດັ່ງກ່າວໄດ້.

ພ້ອມນີ້, ຕຳຫຼວດຕາແສງເຄວຟອງ ຍັງຈັບຕົວ ທ້າວ ຮ່ວາງວັນຕຽວ (ເກີດປີ 2000, ຢູ່ບ້ານມອນ, ເມືອງກວຍເຈົາ, ແຂວງເຫງະອານ) ໃນຂໍ້ຫາຄອບຄອງດ້ວຍຢາເສບຕິດ ປະເພດເຮໂຣອິນ 3,4 ກຼາມ.

ນອກນັ້ນ, ໃນເວລາດຽວກັນ ທີມເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງເຄວຟອງ ຍັງຈັບຕົວໄດ້ເພີ່ມອີກໜຶ່ງຄົນຊື່ ທ້າວ ເລວັນລວນ ຢູ່ບ້ານແທ່ງຟອງ 2, ໃນຂໍ້ຫາມີຢາເສບຕິດໄວ້ໃນຄອບຄອງ ໂດຍຢຶດໄດ້ເຮໂຣອິນ ຈຳນວນ 24,59 ກຼາມ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.