ຈັບຄົນລາວ ທຳທ່າຫາປາ ພ້ອມຂອງກາງຢ າ ບ້ າ 1,2000 ເມັດ ທີ່ແລກມາກັບເງີນຄ່າຈ້າງ 5,000 ບາດ

0
174

ເມື່ອເວລາ 9 ໂມງ ຂອງວັນທີ 22 ພະຈິກ ທີ່ສະຖານີເຮືອໜອງຄາຍ ນທ. ເຈດຖາ ປັນຍາ ຜບ ໝູ່ເຮືອທີ່ 4 ຮັກສາການຫົວໜ້າສະຖານີເຮືອໜອງຄາຍ ພ້ອມເຈົ້າໜ້າທີ່ຕຳຫຼວດນ້ຳ ທະຫານ ກວດຄົນເຂົ້າເມືອງແລະຝ່າຍປົກຄອງ ຮ່ວມກັນຖະແຫຼ່ງຈັບກຸມ ທ້າວຄຳ ພົມທະເສນ ອາຍຸ 47 ປີ ເປັນໄທບ້ານທ່ານາແລ້ງ ແລະ ທ້າວ ເພັດ ສິລິບຸນ

ທະວົງ ອາຍຸ 37 ປີ ບ້ານທ່າມ່ວງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ສປປ ລາວ ພ້ອມຂອງກາງຢາບ້າ 12,000ເມັດ ມູນຄ່ປະມານ 300,000 ບາດ ແລະເຮືອກີບເພົາຍາວ 1 ລຳ ນທ. ເຈດຖາ ກ່າວວ່າໄດ້ຮັບແຈ້ງຈາກສາຍລັບວ່າຈະມີການລັກລອບນຳຢາເສບຕິດຈາກລາວ ເຂົ້າມາໃນພື້ນທີ່ໜອງຄາຍ ຈຶ່ງໄດ້ນຳເຮືອລາດຕະເວນ 2

ລຳ ອອກກວດສອບທາງນ້ຳ ຮ່ວມກັບສົນທິກຳລັງທາງບົກກັບເຈົ້າໜ້າທີ່ ທີ່ກ່ຽວຂ້ອງຈົນຮອດເວລາ 15:00 ວັນທີ 21 ພະຈິກ ພົບເຮືອຫາງຍາວມາຈາກລາວ ເຊິ່ງມີ ຊາຍ 2 ຄົນນັ່ງມາກັບເຮືອ ທຳທ່າເປັນຄົນຫາປາ ແລ້ວລ່ອງເຮືອມາທຽບຝັ່ງບໍລິເວນດ້ານຫຼັງລີສອດແຫ່ງໜຶ່ງ ໃນພື້ນທີ່ ສພ.ວຽງຄຸກ ຈັບຫັວດໜອງຄາຍ ເຈົ້າໜ້າທີ່ ນຮຂ. ຈຶ່ງ

ໄດ້ຂໍກວດຄົ້ນ ພົບຢາບ້າຫໍ່ດ້ວຍເຈ້ຍສີນ້ຳຕານ 2 ຫໍ່ ເຈົ້າໜ້າທີ່ຈຶ່ງຄຸມຕົວໄວ້ສອບສວນ ກວດນັບຂອງກາງຢາບ້າ ໄດ້ທັງໝົດ 12,000 ເມັດ ດັ່ງກ່າວສອບສ່ວນເບື້ອງຕົ້ນຮັບສາລະພາບວ່າ ຮັບວ່າຈ້າງຈາກຄົນລາວ (ບໍ່ຮູ້ຊື່) ຄົນໜຶ່ງໃຫ້ນຳຢາບ້າມາສົ່ງໃຫ້ລູກຄ້າ ໂດຍບອກໃຫ້ນຳມາວາງໄວ້ແຄມແມ່ນ້ຳຂອງເທົ່ານັ້ນ ຈາກນັ້ນຈະມີຄົນມາຮັບເຄື່ອງໄປເອງ

ແລະໄດ້ເງີນຄ່າຈ້າງ 5,000 ບາດ ເຈົ້າໜ້າທີ່ຈຶ່ງແຈ້ງຂໍ້ຫາ ມີຢາເສບຕິດໃຫ້ໂທດປະເພດ 1 (ຢາບ້າ) ໄວ້ໃນຄອບຄອງໂດຍຜິດກົດໝາຍ ແລະ ລັກລອບເຂົ້າເມືອງ ກ່ອນຄວບຄຸມສົ່ງພະນັກງານສອບສວນ ສພ.ວຽງຄຸກ ດຳເນີນການຕາມກົດໝາຍຕໍ່ໄປ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.