ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍຫັນເອົາຮູບການສ້າງບົດບັນທຶກກັບແຕ່ລະຄອບຄົວ ເພື່ອເກັບກໍາຂໍ້ມູນຂອງບັນດາເປົ້າໝາຍຢາເສບຕິດຢ່າງລະອຽດ. ໃນນັ້ນ, ຜ່ານການປະຕິບັດຕົວຈິງສາມາດຂຶ້ນບັນຊີເປົ້າໝາຍທີ່ມີການພົວພັນກັບຢາເສບຕິດ
ພົຈວ ອິນສົມ ທໍາລະສິນ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໃຫ້ສໍາພາດໃນວັນທີ 10 ພະຈິກ 2022 ວ່າ: ເພື່ອຈັດຕັ້ງຜັນຂະຫຍາຍວຽກງານວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ພາຍໃນແຂວງຫຼວງນໍ້າທາ ໃຫ້ເປັນຂະບວນການຟົດຟື້ນ, ຕອບຕ້ານທຸກປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນ ແລະ ເຮັດໃຫ້ການແກ້ໄຂ
ບັນຫາຢາເສບຕິດບັນລຸຕາມເປົ້າໝາຍທີ່ວາງໄວ້ ດ້ວຍຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຢ່າງຕັ້ງໜ້າ, ເຈົ້າໜ້າທີ່ຕໍາຫຼວດທຸກພາກສ່ວນຂອງແຂວງຫຼວງນໍ້າທາ ໄດ້ເອົາໃຈໃສ່ໃນການເຄື່ອນໄຫວເຜີຍແຜ່ລະບຽບກົດໝາຍ ແລະ ນິຕິກໍາຕ່າງໆທີ່ສະແດງໃຫ້ເຫັນເຖິງຜົນຮ້າຍຂອງຢາເສບຕິດດ້ວຍຫຼາຍຮູບການ ເປັນຕົ້ນແມ່ນການລົງໂຄສະນາ
ຢູ່ບັນດາຊຸມຊົນ, ໂຮງຮຽນ, ໂຄສະນາຜ່ານສື່ສັງຄົມອອນລາຍ ແລະ ຕິດປ້າຍໂຄສະ ນາປຸກລະດົມຕ່າງໆ. ພ້ອມນີ້, ຍັງໄດ້ຫັນເອົາຮູບການສ້າງບົດບັນທຶກກັບແຕ່ລະຄອບຄົວ, ບຸກຄົນ, ພະນັກງານ-ລັດຖະກອນ, ທະຫານ ແລະ ຕຳຫຼວດ ບໍ່ໃຫ້ຫຍຸ້ງກ່ຽວ, ພົວພັນກັບຢາເສບຕິດຢ່າງເດັດຂາດ ພ້ອມສຸມໃສ່ເກັບກຳຂຶ້ນບັນຊີເປົ້າໝາຍທີ່
ມີການພົວພັນກັບຢາເສບຕິດ ນັບທັງຜູ້ຄ້າຂາຍລາຍໃຫຍ່, ລາຍຍ່ອຍ ແລະ ຜູ້ເສບໃນທົ່ວແຂວງໄດ້ທັງໝົດ 8.000 ກ່ວາຄົນ. ໃນນັ້ນ, ຈໍານວນຜູ້ເສບກວມເອົາ 6.000 ກວ່າຄົນ ສະເລ່ຍກວມເອົາ 4,21% ຂອງຈຳນວນພົນລະເມືອງໃນທົ່ວແຂວງ.
ແນວໃດກໍຕາມ, ສະເພາະຜົນງານພົ້ນເດັ່ນທີ່ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ສາມາດປະຕິບັດໄດ້ນັບແຕ່ມີວາລະແຫ່ງຊາດວ່າດ້ວຍການແກ້ໄຂຢາເສບຕິດ ຄື:
1. ສ້າງບົດບັນທຶກກັບບັນດາຄອບຄົວສຳເລັດແລ້ວ 35.089 ຄອບຄົວ ກວມ 86,50%, 2. ສ້າງບົດບັນທຶກນຳບຸກຄົນທີ່ພົວພັນກັບຢາເສບຕິດໄດ້ 7.000 ກ່ວາຄົນ ກວມ 93,31%,
3. ກວດນຳປັດສະວະໃຫ້ພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດສຳເລັດ 34 ພາກສ່ວນ ມີຜູ້ເຂົ້າຮ່ວມທັງໝົດ 1.563 ຄົນ; ລົງກວດນໍ້າປັດສະວະຂອງນັກຮຽນທີ່ເປັນເປົ້າໝາຍສຳເລັດ 13 ໂຮງຮຽນ ຈໍານວນ 324 ຄົນ,
4. ບຳບັດຜູ້ຕິດຢາເສບຕິດດ້ວຍຫຼາຍຮູບການ ເຖິງແມ່ນວ່າແຂວງຫຼວງນໍ້າທາ ຈະບໍ່ມີສູນບໍາບັດແບບຖາວອນ ແຕ່ພວກເຮົາກໍໄດ້ໃຊ້ຮູບການລະດົມບັນດາຜູ້ປະກອນການ, ນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດທີ່ມີອາຄານສະຖານທີ່ຫວ່າງ ເພື່ອຂໍມານຳໃຊ້ເປັນຈຸດບໍາບັດແບບຊົ່ວຄາວ ພ້ອມທັງໄດ້ລະດົມປະຊາຊົນຜູ້ທີ່ຕິດຢາເສບຕິດ ຈິງໃຈເຂົ້າ
ບໍາບັດຕາມຈຸດທີ່ພວກເຮົາໄດ້ກໍານົດ, ມີບາງຄົນມີພະຍາດແຊກຊ້ອນ ບໍ່ສາມາດເຂົ້າບໍາບັດຮ່ວມກັບບຸກຄົນອື່ນໄດ້ ແມ່ນພວກເຮົາໄດ້ໃຊ້ຮູບການໃຫ້ບໍາບັດຢູ່ເຮືອນ ແລະ ໄດ້ແຕ່ງຕັ້ງຄະນະບ້ານຕິດຕາມ; ຜ່ານການຈັດຕັ້ງປະຕິບັດສາມາດບຳບັດໄດ້ທັງໝົດ 646 ຄົນ.
ນອກນັ້ນ, ໃນໄລຍະຈັດຕັ້ງປະຕິບັດວາລະແຫ່ງຊາດ ນັບແຕ່ເດືອນກັນຍາ 2021 ເຖິງປັດຈຸບັນ ເຈົ້າໜ້າທີ່ຕໍາຫຼວດ ປກສ ແຂວງ ຍັງສາມາດມ້າງຄະດີຢາເສບຕິດໄດ້ທັງໝົດ
159 ເລື່ອງ ກັກຜູ້ຖືກຫາ 215 ຄົນ ຍິງ 21 ຄົນ, ຄົນຕ່າງປະເທດ 2 ຄົນ ແລະ ຢຶດເຄື່ອງຂອງກາງປະເພດຢ່າບ້າ 149.975 ເມັດ, ຝິ່ນ 43,7 ກິໂລກຼາມ, ເຮໂລອິນ 700 ກຼາມ, ໄອສ໌ 1,38 ກຼາມ ແລະ ຍັງມີອຸປະກອນ, ພາຫະນະຮັບໃຊ້ອີກຈຳນວນໜຶ່ງ. ພ້ອມນີ້, ຍັງໄດ້ສົມທົບກັບພາກສ່ວນກ່ຽວຂອງລົງທຳລາຍພື້ນທີ່ປູກຝິ່ນ 100 ກວ່າເຮັກຕາ.