ໃນວັນທີ 17 ພະຈິກ 2022, ເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຫົວພັນ ອອກປະຕິບັດໜ້າທີ່ ພົບເຫັນເປົ້າໝາຍທີ່ຖືກສົງໄສຂັບຂີ່ລົດຈັກຍີ່ຫໍ້ ຮອນດ້າຄລິກ ສີດຳແດງ ໝາຍເລກທະບຽນ ດຈ 4478 ກໍາແພງນະຄອນ ຢູ່ເສັ້ນທາງເຂດສວນສາທາລະນະຫົວພັນ-ກວາງນິງ ຈຶ່ງໄດ້ຂໍກວດຄົ້ນຕາມລະບຽບການ.
ຜ່ານການກວດຄົ້ນ ແລະ ສອບສວນ ຈຶ່ງຮູ້ວ່າຜູ້ຂັບຂີ່ຊື່ທ້າວ ພຸດຕາວັນ (ເລ່) ອາຍຸ 23 ປີ ປະຊາຊົນຢູ່ບ້ານນາທອງ ເມືອງຊຳເໜືອ ແຂວງຫົວພັນ ແລະ ພົບເຫັນນ້ຳໃບ
ກະທ່ອມ 10 ຕຸກ. ຈາກນັ້ນ, ເຈົ້າໜ້າທີ່ ໄດ້ໄປກວດຄົ້ນເຮືອນຂອງນາງ ປັອກ ອາຍຸ 23 ປີ ປະຊາຊົນຢູ່ບ້ານທາດເມືອງ ເມືອງຊຳເໜືອ ແຂວງຫົວພັນ ໄດ້ພົບເຫັນນ້ຳໃບກະທ່ອມ 7 ຕຸກ ຢູ່ໃນຕູ້ເຢັນ ແລະ ເສດໃບກະທ່ອມຕົ້ມແລ້ວ 1 ຖົງ.
ຜ່ານການສອບສວນຂອງເຈົ້າໜ້າທີ່, ພວກກ່ຽວທັງສອງໄດ້ຮັບສາລະພາບວ່າ: ເປັນຄົນຮູ້ຈັກກັນ ແລະ ເປັນຄູ່ຮັກບ່າວສາວ; ເຊິ່ງເລີ່ມແຕ່ເດືອນກໍລະກົດ 2022, ທັງ ສອງໄດ້ເລີ່ມພົວພັນຕິດຕໍ່ຊື້ໃບກະທ່ອມມາຕົ້ມຂາຍ ເພື່ອຫາລາຍໄດ້ ໂດຍໄດ້ສັ່ງຊື້ຜ່ານທາງສື່ອອນລາ ເຟສບຸກ, ຫຼັງຈາກສັ່ງຊື້ໃບກະທ່ອມໄດ້ມາແລ້ວ ໄດ້ນໍາມາຕົ້ມປຸ່ງແຕ່ງໃສ່ຕຸກ
ນໍ້າດື່ມໄວ້ ເພື່ອຂາຍໃຫ້ໄວໜຸ່ມຢູ່ພາຍໃນເທດສະບານເມືອງຊຳ ເໜືອ. ຈາກນັ້ນ, ເຈົ້າໜ້າທີ່ຈຶ່ ງໄດ້ນຳຕົວພວກກ່ຽວທັງສອງມາສຶກສາອົບຮົມກ່າວເຕືອນບໍ່ໃຫ້ກະທຳຜິດເປັນຄັ້ງຕໍ່ໄປ ແລ້ວມອບໃຫ້ຄອບຄົວ ແລະ ອົງການປົກຄອງບ້ານສຶກສາອົບຮົມຕື່ມອີກ.
ໝາຍເຫດ: ໃບກະທອມ ຫຼື ນ້ຳກະທອມເປັນພືດທີ່ມີສານເສບຕິດ ແລະ ຍັງເປັນພືດທີ່ກົດໝາຍຂອງ ສປປ ລາວ ເກືອດຫ້າມບໍ່ອະນຸຍາດໃຫ້ປູກ, ປຸ່ງແຕ່ງ, ຜະລິດ, ຊື້-ຂາຍ, ຈໍາໜ່າຍ, ຄອບຄອງ, ນຳເຂົ້າ-ສົ່ງອອກ ແລະ ຂົນສົ່ງຜ່ານ ສປປ ລາວ.