ຈີນຊ່ວຍເຫຼືອລ້າດ້ານສະບຽງອາຫານ ໃຫ້ແກ່ໂຄງການອາຫານ​ 1.400 ແຫ່ງທົ່ວປະເທດຂອງລາວ

0
60

ໃນມື້ນີ້, ກະຊວງສຶກສາທິການ ແລະ ກິລາ (MoES), ອົງການອາຫານໂລກແຫ່ງ ສະຫະປະຊາຊາດ (WFP), ແລະ ອົງການຊ່ວຍເຫຼືອເພື່ອການພັດທະນາສາກົນແຫ່ງ ສປ ຈີນ (CIDCA) ໄດ້ລົງນາມ ໃນຂໍ້ຕົກລົງສະບັບໃໝ່ທີ່ນະຄອນຫຼວງວຽງຈັນ, ໂດຍ ສປ ຈີນ ສະໜອງການຊ່ວຍເຫຼືອລ້າດ້ານສະບຽງອາຫານປະເພດ ອາຫານເພີ້ມໃຫ້ແກ່ໂຄງການອາຫານ​ທ່ຽງໃນໂຮງຮຽນຂອງລັດຖະບານ ສປປ ລາວ !!!

ການຊ່ວຍເຫຼືອ​ລ້າດັ່ງກ່າວແມ່ນເພື່ອຊ່ວຍລັດຖະບານລາວບັນລຸເປົ້າໝາຍໃນການຫຼຸດ​ຜ່ອນ​ອັດຕາ​ການ​ຂາດ​ສານ​ອາຫານ​ໃນເດັກນ້ອຍເຊິ່ງ ສປ ຈີນ ໄດ້ສະໜອງ ເຂົ້າສານ​ຈ້າວ ແລະ ປາກະປ໋ອງ ເຂົ້າໃນໂຄງການອາຫານທ່ຽງ ເພື່ອເປັນການ​ເພີ່ມ​ອາຫານ​ທ່ຽງ​ໃຫ້​ນັກຮຽນຊັ້ນປະຖົມຈຳນວນ 132,450 ຄົນ​ ຢູ່ 1,400 ກວ່າ​ແຫ່ງ​ໃນ​ ສປປ ລາວ.

ເຂົ້າສານ​ຈຳນວນ 930 ​ໂຕນ ​ແລະ ປາກະປ໋ອງ 120 ​ໂຕນ ທີ່ ສປ ຈີນ ສະໜອງຜ່ານທາງອົງການອາຫານໂລກ ຈະ​ຊ່ວຍ​ໃຫ້​ກະຊວງ​ສຶກສາ​ທິການ ​ແລະ ກິລາ ​ສາມາດນຳໄປຈັດຕັ້ງປະຕິບັດວຽກງານອາຫານ​ໃນ​ໂຮງຮຽນ​ແຫ່ງ​ຊາດ​ຢູ່ 31 ​ເມືອງ ​ໃນ 8 ​ແຂວງ ​ເຊິ່ງຈະເລີ່ມຈັດຕັ້ງໃນ​ພາກ​ຮຽນ​ທີ່​ຈະ​ມາ​ເຖິງນີ້. ​ໂຄງການ​ອາຫານທ່ຽງໃນໂຮງຮຽນແມ່ນ

ແຜນ​ງານລະດັບຊາດ​ທີ່​ເລີ້ມຕົ້ນ​ດ້ວຍ​ການ​ສະໜັບສະໜູນ​ຈາກອົງການອາຫານໂລກນັບຕັ້ງແຕ່​​ປີ 2010 ເປັນຕົ້ນມາ​ວຽກງານດັ່ງກ່າວໄດ້​ຂະຫຍາຍ​​ຈາກ 56 ​ໂຮງຮຽນ​ໃນ​ 2 ແຂວງ ໄປ​ເປັນ 1,700 ກວ່າ​ໂຮງຮຽນ​ໃນ 12 ​ແຂວງ ​ໃນ​ປີ 2022.

ໂຄງການດັ່ງກ່າວເປັນໂຄງການໜຶ່ງໃນຊຸດທໍາອິດຫຼັງຈາກທຶນການຮ່ວມມືໃຕ້ໃຕ້ ໄດ້ກາຍເປັນໂຄງການພັດທະນາຂອງໂລກ ແລະການຮ່ວມມືໃຕ້ໃຕ້ ພາຍໃຕ້ຂໍ້ລິເລີ່ມພັດທະນາໂລກຂອງລັດຖະບານຈີນ. ສະຫາຍປະທານປະເທດ ສີຈິ້ນຜິງ ໄດ້ສະເໜີຂໍ້ລິເລີ່ມພັດທະນາໂລກ (GDI) ໃນກອງປະຊຸມໃຫຍ່ສະຫະປະຊາຊາດຄັ້ງທີ 76 ເພື່ອຊຸກຍູ້ການພັດທະນາ

ຂອງໂລກກ້າວເຂົ້າສູ່ຂັ້ນຕອນໃໝ່ທີ່ມີການເຕີບໂຕອັນສົມດູນ ມີຜົນປະໂຫຍດຕໍ່ແຕ່ລະຝ່າຍ ແລະມີການຮ່ວມມືປະສິດທິຜົນ. ໂຄງການGDIແມ່ນສຸມໃສ່ການຫລຸດຜ່ອນຄວາມທຸກຍາກ ການຄໍ້າປະກໍາສະບຽງອາຫານ ການຕ້ານແຜ່ລະບາດຂອງພະຍາດ ການສະໜອງທຶນເພື່ອພັດທະນາ ການພັດທະນາແບບສີຂຽວ ແລະ ການຫັນເປັນ ອຸດສາຫະກໍາ ແລະການເຊື່ອມຈອດ.

ການສະໜອງອາຫານໃນໂຮງຮຽນເປັນເຄື່ອງມືຢັ້ງ​ຢືນໃນທົ່ວໂລກວ່າມີຄວາມສຳຄັນໃນການຮັບປະກັນການ ເຂົ້າເຖິງການສຶກສາທີ່ເທົ່າທຽມ, ເປັນການສົ່ງເສີມດ້ານສຸຂະພາບ ແລະ ໂພຊະນາການທີ່ດີສໍາລັບເດັກນ້ອຍໃນ ສປປ ລາວ, ເປົ້າໝາຍຫຼັກຂອງແຜນງານແມ່ນແນ່ໃສ່ເດັກນ້ອຍໃນເຂດຊົນນະບົດ​ຫ່າງ​ໄກ​ສອກ​ຫຼີກທີ່ປະເຊີນກັບສິ່ງທ້າທາຍ ຫຼາຍ

ດ້ານເຊັ່ນ: ດ້ານການຄໍ້າປະກັນສະບຽງອາຫານ, ຄວາມທຸກຍາກ ແລະ ການສຶກສາ. ດ້ວຍເຫດນີ້, ວຽກງານນີ້ຈຶ່ງມີ ຄວາມສຳຄັນໃນການຫຼຸດ​ຜ່ອນຊ່ອງຫວ່າງ ແລະ ເປັນການປະກອບສ່ວນເຂົ້າໃນການພັດທະນາຊັບພະຍາກອນມະນຸດ​ຂອງປະເທດ. ນອກຈາກການສະໜອງອາຫານໃນໂຮງຮຽນ, ອົງການອາຫານໂລກຍັງສະໜອງການຊ່ວຍເຫຼືອ

ດ້ານອື່ນໆ ໃຫ້ແກ່ໂຮງຮຽນເຊັ່ນ: ການຕິດຕັ້ງນ້ຳສະອາດ, ບ່ອນລ້າງມື ແລະ ສຸຂະອະນາໄມ, ຊ່ວຍເຫຼືອຊຸມຊົນໃນການສ້າງ ເຮືອນຄົວ, ສາງເກັບເຄື່ອງ ແລະ ສວນຄົວໃນໂຮງຮຽນ. ນອກຈາກນີ້ຍັງມີກິດຈະກຳທີ່ສົ່ງເສີມການຮຽນຮູ້ໜັງສື, ສະໜອງ ເຮືອນຮົ່ມ ແລະ ໜອງປາໃຫ້ແກ່ຊຸມຊົນ. ນັບແຕ່​ປີ 2019, ອົງການອາຫານໂລກ​ໄດ້​ຫັນການ

ພັດທະນາໂດຍມູ່ງໜ້າໄປ ສູ່ການພັດທະນາແບບຍືນຍົງ, ຫັນປ່ຽນຄວາມ​ເປັນ​ເຈົ້າ​ການໃນການຈັດຕັ້ງປະຕິບັດ​ໃຫ້​ແກ່​ຊຸມ​ຊົນ ​ແລະ ຄະ​ນະ​ບໍ​ລິ​ຫານ​ການ​ສຶກສາ​ທຸກ​ຂັ້ນ ໂດຍສະໜອງ​ການ​ຊ່ວຍ​ເຫຼືອ​ດ້ານວິຊາການ ແລະ ໂອນຖ່າຍເຂົ້າໃນລະບົບການຄຸ້ມຄອງແຫ່ງຊາດ. ​

ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ການ​ດຳ​ເນີນ​​ໂຄງການອາຫານ​ໃນ​ໂຮງຮຽນ​ຂອງ ອົງການອາຫານໂລກ ຢູ່ ສປປ ລາວ ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການ​ປະກອບສ່ວນ​ຂອງ​ພາກ​ເອກະ​ຊົນ​ຈີນ. ໃນຄັ້ງນີ້, ແມ່ນເປັນການ​ສະ​ໜອງ​ຄັ້ງ​ທຳ​ອິດ​ຂອງ​ລັດຖະ ບານ ສປ ​ຈີນ, ​ໂດຍ​ທີ່ປຶກສາສະຖານທູດຈີນ ທ່ານ ຊຽງ ຟາງຈຽງ ​ແລະ ລັດຖະມົນຕີ​ກະຊວງ​ສຶກສາ​ທິການ ​ແລະ

ກິລາ ທ່ານ ຮອງ ສ ຈ. ດ ຣ. ພຸດ ສີມ ມາ ລາ ວົງ, ລັດ ຖະ ມົນ ຕີ ກະ ຊວງ ສຶກ ສາ ທິ ການ ແລະ ກິ ລາ, ແລະ ອົງການອາ ຫານໂລກ ຈະສືບຕໍ່ສຸມໃສ່​​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ ສປ​ຈີນ​ ເພື່ອ​ສະໜອງການສະໜັບສະໜູນ​ໃຫ້ແກ່ ສປປ ລາວ.

ພະນະທ່ານ ຮອງສາສະດາຈານ ດຣ. ພຸດ ສິມມາລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ “ການສະໜັບສະໜູນເຂົ້າສານຈ້າວ ຈໍານວນ 930 ໂຕນ ແລະ ປ໋ອງປາຈໍານວນ 120 ໂຕນ ຈາກລັດຖະບານ ສປ ຈີນ ໃນຄັົ້ງນີົ້ແມ່ນມີຄວາມສໍາຄັນຫຼາຍ ຊ່ວຍຕືີ່ມເຕັມຄາບອາຫານທ່ຽງຂອງນູ້ອງ ນັກຮຽນໃຫ້ມີໂພຊະນາການ

ເພີີ່ມຂຶ້ນ, ທັງເປັນການສະແດງເຖິງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນສອງຊາດ ທີີ່ມີມາຍາວນານ ລະຫວ່າງ ສປປ ລາວ ແລະ ສປ ຈີນ.”

ທີ່ປຶກສາສະຖານທູດຈີນ ທ່ານ ຊຽງ ຟາງຈຽງໄດ້ກ່າວວ່າ “ຝ່າຍຈີນຈະສືບຕໍ່ຮ່ວມມືນໍາລັດຖະບານລາວ WFP ແລະບັນດາໝູ່ເພື່ອນພັດທະນາ ຢ່າງແໜ້ນແຟ້ນ ຮ່ວມກັນປະຕິບັດໂຄງການGDI ຊຸກຍູ້ລະດັບການແລກປ່ຽນແລະການຮ່ວມມືນໍາໂລກ ເພື່ອເປັນພະລັງແຮງເຂົ້າໃນ 2030 Agenda ແລະ ຮ່ວມກັນ ສ້າງຄູ່ຮ່ວມຊາຕາກໍາຈີນລາວ ແລະປະຊາຄົມຮ່ວມຊາຕາກໍາມວນມະນຸດ.”

ທ່ານ ຢານ ເດວບາເຣີ, ຜູ້​ອຳ​ນວຍ​ການ ​ແລະ ​ຜູ້​ຕາງ​ໜ້າ ອົງການອາຫານໂລກປະຈຳ ສປປ ລາວ ກ່າວ​ວ່າ: “ໂຄງການຊ່ວຍເຫຼືອດ້ານສະບຽງອາຫານນີ້ແມ່ນເປັນສ່ວນໜຶ່ງຂອງການ້ຕອບໂຕ້ຕໍ່ຜົນກະທົບທາງດ້ານເສດຖະກິດ-ສັງຄົມ ຈາກການລະບາດຂອງພະຍາດ ໂຄວິດ-19 ແລະ ວິກິດການດ້ານສະບຽງອາຫານໂລກ ຂອງອົງການອາຫານໂລກ

ໃນ ສປປ ລາວ. ໃນຂະນະ​ດຽວ​ກັນ, ລັດຖະບານ ສປ ​ຈີນ​ ກຳລັງຊ່ວຍ​ເຫຼືອພວກເຮົາ​ເພື່ອໃຫ້​ບັນລຸ​ເປົ້າ​ໝາຍ​ຂອງ​ພວກ​ເຮົາເພື່ອ​ຮັບປະກັນ​ຄວາມໝັ້ນຄົງ ແລະ ​ຍືນ​ຍົງ​ຂອງ​ໂຄງການ​ອາຫານ​ທ່ຽງໃນ​ໂຮງຮຽນ​ແຫ່ງ​ຊາດ.”

ຮູບພາບ: CRI-FM 93

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.