ອົດໃຈລໍຖ້າ ໂຄງການສ້ອມແປງເສັ້ນທາງເລກທີ 13 ໃຕ້ ສັນຍາ 1 ຊ່ວງແຂວງບໍລິຄຳໄຊຄືບໜ້າແລ້ວ 28,96%

0
96

ອີງຕາມສື່ມວນຊົນ ແຂວງບໍລິຄຳໄຊ ສຳພາດທ່ານ ກ້ອນນວນດຳ ຈັນທະມີນາວົງ ຮອງຫົວໜ້າໂຄງການປັບປຸງ ແລະ ສ້ອມແປງທາງເລກທີ 13 ໃຕ້ ຊ່ວງແຂວງບໍລິຄຳໄຊ (ກມ 71–ກມ 190) ໃນວັນທີ 22 ພະຈິກ 2022 ວ່າ: ໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້, ຊ່ວງແຂວງ ບໍລິຄຳໄຊ ສັນຍາ 1 ຈາກ ກິໂລແມັດ 71 ຫາ

ກິໂລແມັດ 111 ແລະ ສັນຍາ 2 ຈາກ ກິໂລແມັດ 111 ຫາ ກິໂລແມັດ 190 ແມ່ນສ່ວນໜຶ່ງຂອງໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້ ຈາກນະຄອນຫລວງວຽງຈັນ ຫາ ແຂວງຄຳມ່ວນ, ຈາກ ກິໂລແມັດ 71 ຫາ 346, ເຊິ່ງໄດ້ແບ່ງເປັນ 4 ຊ່ວງສັນຍາຄື: ຊ່ວງ ແຂວງບໍລິຄຳໄຊ (ກມ 71 ຫາ ກມ 190) ແບ່ງອອກເປັນ 2

ສັນຍາ ຄື: ສັນຍາ 1 ຈາກ ກມ 71 ຫາ ກມ 111 ຍາວ 40 ກິໂລແມັດ ແມ່ນຖືກຮັບເໝົາກໍ່ສ້າງໂດຍບໍລິສັດ ທັງລ່ອງ ສສ ຫວຽດນາມ ຮ່ວມກັບ ບໍລິສັດ ສຸພາພອນ ສປປ ລາວ ມູນຄ່າສັນຍາທັງໝົດ 17.531.013 ໂດລາສະຫະລັດ ໃນໄລຍະເວລາການປະຕິບັດ 120 ເດືອນ ຫລື 10 ປີ, ໃນນີ້ໄລຍະປັບປຸງເສັ້ນທາງແມ່ນ 2 ປີ ແຕ່ວັນທີ 1 ເມສາ 2021 –31 ມີນາ 2023 ແລະ ໄລຍະສ້ອມແປງພາຍຫລັງສຳເລັດການປັບປຸງ ແມ່ນ 8 ປີ ມາຮອດປັດຈຸບັນແມ່ນມີຄວາມຄືບໜ້າແລ້ວ 28,96%.

ສັນຍາ 2 ຈາກ ກມ 111 ຫາ ກມ 190 ຍາວ 79 ກິໂລແມັດ ແມ່ນຖືກຮັບເໝົາກໍ່ສ້າງໂດຍບໍລິສັດ ຈຸງນາມ (Trung Nam) ສສ ຫວຽດນາມ ຮ່ວມກັບ ບໍລິສັດ ສຸພາພອນ ສປປ ລາວ ມູນຄ່າຂອງໂຄງການແມ່ນ 28.129.999 ໂດລາສະຫະລັດ ໃນໄລຍະເວລາການປະຕິບັດ 120 ເດືອນ ຫລື 10 ປີ, ໃນນີ້ ໄລຍະປັບປຸງເສັ້ນທາງແມ່ນ 3

ປີ ແຕ່ວັນທີ 1 ສິງຫາ 2021–31 ກໍລະກົດ 2024 ແລະ ໄລຍະສ້ອມແປງພາຍຫລັງສຳເລັດການປັບປຸງ ແມ່ນ 7 ປີ ມາຮອດປັດຈຸບັນແມ່ນມີຄວາມຄືບໜ້າແລ້ວ 12,67%.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.