ຄົນເກີດວັນອາທິດ:ການງານຈະພົບຄວາມສຳເລັດຖ້າຕັດສິນໃຈເຮັດທຸລະກິດທີ່ເປັນນາຍໜ້າທາງດ້ານການຄ້າ ການຂາຍ ການເງິນມີໂຊກຈະໄດ້ຮັບເງິນກ້ອນໃຫຍ່ເຂົ້າມາ ຄວາມຮັກມີໂອກາດທີ່ຈະຖືກຄົນທີ່ອາຍຸນ້ອຍກວ່າເຂົ້າມາພົວພັນໃນເລື່ອງການເຮັດທຸລະກິດ ເຄື່ອງມຸງຄຸນເງິນ ສີມຸງຄຸນສີສົ້ມ ເລກນຳໂຊກ8
ຄົນເກີດວັນຈັນ:ການງານຈະໄດ້ມອບໝາຍວຽກທີ່ສຳຄັນຈາກຜູ້ໃຫຍ່ ຫຼື ຜູ້ອຸປະຖຳຄຸ້ມຊູຈະໃຫ້ການຊ່ວຍເຫຼືອ ການເງິນເປັນຊ່ວງຂາຂຶ້ນ ແຕ່ກໍຕ້ອງລະວັງເລື່ອງຈ່າຍເລັກໆນ້ອຍໆທີ່ຈະເຮັດໃຫ້ເຮົາໝົດເງິນແບບບໍ່ຮູ້ໂຕ ຄວາມຮັກອາດຈະມີບັນຫາເລື່ອງການສື່ສານກັນ ແລະ ຄວາມເຂົ້າໃຈຜິດກັນກັບຄົນຮັກ ຫຼື ບຸກຄົນທີ່ເຮົາສະໜິດ
ເຄື່ອງມຸງຄຸນສາຍແຂນເງິນ ສີມຸງຄຸນສີຟ້າ ເລກນຳໂຊກ9
ຄົນເກີດວັນອັງຄານ:ການງານລະວັງບັນຫາເລື່ອງສຸຂະພາບທີ່ສະສົມຈາກການເຮັດວຽກໜັກ ອາດຈະເຮັດໃຫ້ທ່ານໜ້າມືດ ແລະ ເປັນລົມໄດ້ ການເງິນຈະມີຄົນທີ່ອາຍຸນ້ອຍກວ່າ ມາຂໍຄວາມຊ່ວຍເຫຼືອ ຫຼື ມາຢືມເງິນທ່ານ ຄວາມຮັກມີໂອກາດພົບຄົົນທີ່ມີສະເໜ່ເຂົ້າມາໃຫ້ຮູ້ສຶກດີ ເຄື່ອງມຸງຄຸນ ເພັດສີເຫຼືອງ ສີມຸງຄຸນສີຂາວ ເລກນຳໂຊກ4
ຄົນເກີດວັນພຸດ:ການງານຊ່ວງນີ້ລະວັງເລື່ອງການພັກຜ່ອນທີ່ບໍ່ພຽງພໍ ເພາະມັນອາດຈະສົ່ງຜົນບໍ່ດີຕໍ່ສຸຂະພາບຂອງທ່ານໄດ້ ການເງິນມັກພົບເລື່ອງເສຍເງິນເລື້ອຍໆ ຕ້ອງລະວັງເລື່ອງລາຍຈ່າຍໃຫ້ຫຼາຍ ຄວາມຮັກມີໂອກາດພົບຮັກກັບຄົນຕ່າງອາຍຸ ອາດມາໃນຮູບແບບອ້າຍນ້ອງ ເຄື່ອງມຸງຄຸນສາຍຄໍເງິນ ສີມຸງຄຸນສີແດງ ເລກນຳໂຊກ1
ຄົນເກີດວັນພະຫັດ:ການງານການຕັດສິນໃຈລົງທຶນ ຫຼື ເຮັດກິດຈະກການຈະໄດ້ຮັບຜົນກຳໄລດີ ການເງິນລະວັງເລື່ອງການບໍລິຫານການເງິນ ເພາະຖ້າມີລາຍຈ່າຍຫຼາຍເກີນໄປຈະເຮັດໃຫ້ທ່ານມີໜີ້ສິນ ຄວາມຮັກມີໂອກາດທີ່ຈະຖືກຕົກຢູ່ໃນສະຖານະຄົນບໍ່ຊັດເຈນກັບຄົນທີ່ທ່ານກໍາລັງສຶກສານໍາຢູ່ ເຄື່ອງມຸງຄຸນເພັດສີຂຽວ ສີມຸງຄຸນສີຂຽວ ເລກນຳໂຊກ 7
ຄົນເກີດວັນສຸກ:ການງານລະວັງຈະເກີດບັນຫາຂັດແຍ້ງກັບຫຸ້ນສ່ວນຜູ້ຮ່ວມງານ ການເງິນຢູ່ໃນເກນທີ່ດີຫລາຍແຕ່ການເງິນຊ່ວງນີ້ໃຊ້ຈ່າຍເກີນຕົວແຕ່ຕົ້ນເດືອນ ຄວາມຮັກມີໂອກາດພັດທະນາຄວາມສຳພັນກັບຄົນຮັກໄປໄດ້ດີ ແຕ່ຕ້ອງລະວັງການຜິດຖຽງກັນ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີເຫຼືອງ ເລກນຳໂຊກ3
ຄົນເກີດວັນເສົາ:ການງານການເຮັດວຽກໜັກເກີນໄປ ອາດຈະສົ່ງບໍ່ດີຕໍ່ສຸຂະພາບຂອງທ່ານໄດ້ ການເງິນລາຍຈ່າຍ ແລະ ລາຍຮັບຊ່ວງນີ້ຂ້ອນຂ້າງບໍ່ມີບັນຫາ ຄົງທີ່ດີ ຄວາມຮັກຈະມີຄົນທີ່ອາຍຸນ້ອຍກວ່າເຂົ້າມາວົນວຽນໃກ້ໆເຮົາໃນຊ່ວງນີ້ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີດຳ ເລກນຳໂຊກ5