ປ້າຍທຸກປະເພດທີ່ໃຊ້ຢູ່ ສປປ ລາວ ຕ້ອງເອົາພາສາລາວເປັນຕົ້ນຕໍ ແລະ ຂຽນ ຫລື ພິມໃຫ້ຖືກຕ້ອງຕາມໄວຍາກອນລາວ, ຂຽນ ຫລື ພິມພາສາລາວຢູ່ເທິງ ຫລື ເບື້ອງຊ້າຍມື, ພາສາຕ່າງປະເທດໃດໜຶ່ງຢູ່ເບື້ອງຂວາມື, ຂຽນ ຫລື ພິມພາສາລາວໃຫຍ່ກວ່າ, ສ່ວນພາສາຕ່າງປະເທດບໍ່ໃຫ້ກາຍສອງສ່ວນສາມຂອງພາສາລາວ ຍົກເວັ້ນປ້າຍທາງ
ລັດຖະການເຊັ່ນ ປ້າຍສະຖານທູດ, ສຳນັກງານຜູ້ຕາງໜ້າ, ພິທີຕ້ອນຮັບຄະນະຜູ້ແທນທາງການ ຫລື ພິທີສະຫລອງວັນສຳຄັນທາງລັດຖະການຂອງຕ່າງປະເທດ ໂດຍເນື້ອໃນທີ່ຂຽນເປັນພາສາລາວ ແລະ ພາ ສາຕ່າງປະເທດຕ້ອງມີຄວາມໝາຍດຽວກັນ.
ຍົກເລື່ອງນີ້ເພື່ອໃຫ້ພາກສ່ວນລັດກ່ຽວຂ້ອງພິຈາລະນາຕາມທາງຄວນເນື່ອງຈາກຜ່ານມາມີການສ່ອງແສງຄວາມເຫັນທີ່ມີເຫດມີຜົນສົມຄວນດັ່ງເຫັນບາງບ່ອນທີ່ຕິດປ້າຍໂຄສະນາບໍລິສັດໃຊ້ເປັນພາສາຕ່າງປະເທດ ລ້ວນໆແຄມທາງໃຫຍ່ຢ່າງເປີ້ເຈີ້, ຮ້ານຄ້າຮ້ານອາຫານ ຫລື ເຮືອນພັກ ໂຮງແຮມ ກໍມີລັກສະນະເຊັ່ນດຽວກັນ… ແນວໃດກໍດີບາງບ່ອນກໍມີ
ນັກວິຊາການພາກສ່ວນກ່ຽວຂ້ອງໄດ້ຕິດຕາມກວດກາບ່ອນໃດປະຕິບັດບໍ່ຖືກຕ້ອງ-ສອດຄ່ອງດຳລັດວ່າດ້ວຍ ປ້າຍ ຫລື ລະບຽບການອື່ນໆກ່ຽວຂ້ອງກັບປ້າຍບໍ່ວ່າແຕ່ຜິດ ຕົວໜັງສື, ຖ້າບໍ່ຖືກກໍຕ້ອງໃຫ້ຜູ້ກ່ຽວປັບປຸງແກ້ໄຂ.
ຫລາຍຄຳເຫັນບອກເຖິງວ່າຢູ່ໃນຍຸກສະໄໝເສດຖະກິດຂະຫຍາຍຕົວ, ແຕ່ຖ້າບໍ່ຄຳນຶງເຫັນຂໍ້ກຳນົດກົດໝາຍ ຫລື ດຳລັດທີ່ປະກາດໃຊ້ນັ້ນກໍບໍ່ສົມຄວນປ່ອຍປະລະເລີຍ… ຫັນໄປເບິ່ງບ້ານເພິ່ນເມືອງທ່ານແລ້ວພາກສ່ວນກ່ຽວຂ້ອງເພິ່ນເຂັ້ມງວດກວດກາແທ້ໆ!