ສຳເລັດແລ້ວ ການສ້ອມແປງໄຟເຍືອງທາງ 21 ເສັ້ນໃນນະຄອນຫຼວງ

0
229

21 ເສັ້ນທາງໃນນະຄອນຫຼວງວຽງຈັນ ຈະມີແສງສະຫວ່າງສ່ອງໃຫ້ຜູ້ທຽວທາງແລ້ວພາຍຫຼັງທີ່ ວິຊາການໄຟຟ້ານະຄອນຫຼວງໄດ້ສ້ອມແປງສຳເລັດໄປເມື່ອວັນທີ 13 ພະຈິກຜ່ານມາ ສ່ວນອີກ 8 ເສັ້ນຍັງຕ້ອງອົດໃຈອີກຈັກໜ້ອຍ ການສ້ອມແປງໄລຍະສອງກຳລັງດຳເນີນການ.

ເລີ່ມແຕ່ວັນທີ 17 ຕຸລາ 2022ເປັນຕົ້ນມາ ຟຟລ ສາຂາໄຟຟ້ານະຄອນຫຼວງວຽງຈັນ1(ນວ1) ຫ້ອງການຄຸ້ມຄອງລະບົບແລະບໍລິການ ໜ່ວຍງານໄຟທາງ,ໄຟຈັກ,ຕາຂ່າຍ,ໝໍ້ແປງ ໄດ້ສ້ອມແປງໄຟເຍືອງທາງຖະໜົນສາຍຫຼັກໃນນະຄອນຫຼວງວຽງຈັນສ່ວນທີ1 ມີ21ເສັ້ນທາງ ສຳເລັດໃນວັນທີ13​ ພະຈິກ​ 2022D

ຖະໜົນທີ່ໄດ້ສ້ອມແປງສຳເລັດມີດັ່ງນີ້: ຖະໜົນຫຼວງພະບາງ,ຖະໜົນສຸພານຸວົງ,ຖະໜົນເສດຖາທິລາດ,ຖະໜົນທ່າເດື່ອຊ່ວງ1 ແລະ2,ຖະໜົນຄູວຽງ, ຖະໜົນສາມແສນໄທ, ຖະໜົນເຈົ້າຟ້າງຸ່ມ, ຖະໜົນຂຸນບູລົມ, ຖະໜົນມະໂຫສົດ-ຫົວຂົວ, ຖະໜົນກົດໂກ້-ດົງປາຍນາ, ຖະໜົນເຈົ້າອານຸ(p2), ຖະໜົນp3, ຖະໜົນອາຊ້ຽນT2, ຖະໜົນລາວ-ໄທ, ຖະໜົນຄຸ້ມວັດຈັນ-ຊຽງຍືນ, ຖະໜົນໄກສອນພົມວິຫານ,ຖະໜົນດົງປ່າລານ,ຖະໜົນລ້ານຊ້າງ,ຖະໜົນ23ສິງຫາ​ ແລະ​ ຖະໜົນໜອງບອນ.


ສ່ວນໃນໄລຍະທີ​ 2 ແມ່ນມີ​ 8 ຖະໜົນ,​ຖະໜົນຕາຝັ່ງເຈື່ອນ, ເສັ້ນທາງດົງປາແຫຼບ ຫາໄຟອຳນາດຕານມີໄຊ, ໄຟອຳນາດດົງໂດກຫາໄຟອຳນາດຕານມີໄຊ, ຖະໜົນເລກ10 ແຕ່ວົງວຽນດອນໜູນຫາທ່າງ່ອນ, ຖະໜົນ13ໃຕ້ແຕ່ວົງວຽນດອນໜູນຫາສະໜາມກິລາຫຼັກ16, ຖະໜົນສະຫວ່າງຫາໄຟອຳນາດ ມໍຊໍ, ຖະໜົນເກົ້າລ້ຽວແຕ່ໄຟອຳນາດສີໄຄຫາສາມແຍກໂນນຂີ້ເຫຼັກແລະຖະໜົນຈີນາຍໂມ້​ ແລະ​ ໃນໄລຍະທີ 2 ນີ້ແມ່ນສ້ອມແປງສຳເລັດ​ແລ້ວ​2ເສັ້ນທາງຄື: ຖະໜົນຕາຝັ່ງເຈື່ອນ(ແຄມຂອງ)ແລະຖະໜົນດົງປາແຫຼບຫາໄຟອຳນາດຕານມີໄຊ.ສ່ວນຖະໜົນທີ່ເຫຼືອຄາດວ່າຈະສ້ອມແປງໃຫ້ສຳເລັດ100%ພາຍໃນທ້າຍປີນີ້.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.