ໂຫດສຸດໆ ສາວໄຮໂຊດັງ ຄົນລາວ ຈ້າງລົດຂົນນໍ້າມັນເປົ່າ ຢັດຢາບ້າ4ລ້ານເມັດຂ້າມດ່ານໜອງຄາຍ. ຕອນຊ່ວງທ່ຽງ ວັນທີ 23/11/2022 ດ່ານພາສີໜອງຄາຍ ຮ່ວມ
ກັບຫຼາຍອົງການ ຈັບໄດ້ຂອງກາງຢາບ້າເກືອບ 4 ລ້ານເມັດ, ມີຢາໄອສ 10 ກິໂລກຣາມ ແລະ ຢາອີ 5.000 ເມັດ ລວມມູນຄ່າ 100 ລ້ານກວ່າບາດ ທີ່ຊຸກເຊື່ອງໄວ້ໃນລົດ
ບັນທຸກນ້ຳມັນເປົ່າທີ່ກັບມາແຕ່ສົ່ງນ້ຳມັນຢູ່ ສປປ ລາວ ຄົນຂັບລົດ ສາລະພາບວ່າໄດ້ຮັບຄ່າຈ້າງ 5 ໝື່ນບາດ ຈາກຍິງສາວລາວທີ່ມີຊື່ສຽງໂດ່ງດັງ. ພາຍຫຼັງເອົານໍ້າມັນອອກ
ແລ້ວ, ຜູ້ກ່ຽວໄດ້ນັດກັນໄປຮັບເອົາຢາບ້າຢູ່ຂ້າງທາງ, ບໍລິເວນເສັ້ນທາງ 450 ປີ, ຈາກນັ້ນ ຕອນເຊົ້າມື້ນີ້ ໄດ້ເດີນທາງກັບຄືນປະເທດໄທ. ແລະຖືກເຈົ້າໜ້າທີ່ກວດສອບ
ແລະຈັບຕົວຄາດວ່າເຮັດແບບນີ້ຫຼາຍຄັ້ງ ເຈົ້າໜ້າທີ່ກຳລັງເລັ່ງຂະຫຍາຍຜົນຫາຜູ້ຮ່ວມຂະບວນການມາດຳເນີນຄະດີຕາມກົດໝາຍ. (ຂໍໃຫ້ຈັບຄົນບົ່ງການໄດ້ໄວໄວ) ຫາກມີຂໍ້ມູນເພີ່ມຕື່ມຈະແຈ້ງໃຫ້ຊາບຕາມພາຍຫຼັງ
ແມ່ນໃຜນໍ້ບາດນີ້ ສາວໄຮໂຊດັງ ຄົນລາວ ຈ້າງລົດຂົນນໍ້າມັນເປົ່າ ຍັດຢາບ້າ 4 ລ້ານເມັດຂ້າມດ່ານໜອງຄາຍ
ແມ່ນໃຜນໍ້ບາດນີ້ ສາວໄຮໂຊດັງ ຄົນລາວ ຈ້າງລົດຂົນນໍ້າມັນເປົ່າ ຍັດຢາບ້າ 4 ລ້ານເມັດຂ້າມດ່ານໜອງຄາຍ
ແມ່ນໃຜນໍ້ບາດນີ້ ສາວໄຮໂຊດັງ ຄົນລາວ ຈ້າງລົດຂົນນໍ້າມັນເປົ່າ ຍັດຢາບ້າ 4 ລ້ານເມັດຂ້າມດ່ານໜອງຄາຍ
ຮຽບຮຽນຂ່າວ: ສະເກັດຂ່າວHotNews